ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຢ້ຽມຢາມ
ກຸ່ມບໍລິສັດເຫລັກກ້າ ຄູນຫມີງ
|
(vovworld)- ໃນຂອບເຂດການຢ້ຽມຢາມຈີນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ຕອນເຊົ້າວັນທີ 10/4, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ພ້ອມດ້ວຍ ທ່ານ ຟ້າມກວາງວີງ, ລັດຖະມົນຕີວ່າການກະຊວງແຜນການ ແລະການລົງທຶນ, ທ່ານ ຫວູຮູຍຮວ່າງ, ລັດຖະມົນຕີວ່າການກະຊວງອຸດສາຫະກຳ ການຄ້າ ໄດ້ໄປຢ້ຽມຢາມ ກຸ່ມບໍລິສັດເຫລັກກ້າ ຄູນຫມີງ ແລະ ບໍລິສັດຕາຫນ່າງໄຟຟ້າ ຢູນຫນານ, ຊື່ງແມ່ນ 2 ວິສາຫະກິດຊັ້ນນຳຂອງ ແຂວງ ຢູນຫນານ. ທີ່ການພົບປະກັບຄະນະອຳນວຍການບໍລິສັດຕາຫນ່າງໄຟຟ້າ ຢູນຫນານ ຂຶ້ນກັບບໍລິສັດໃຫຍ່ຕາຫນ່າງໄຟຟ້າ ພາກໃຕ້ ຈີນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຕີລາຄາສູງຕໍ່ເລື່ອງບໍລິສັດກາຍເປັນແຫ່ງສະຫນອງໄຟຟ້າໃຫ້ແກ່ຫວຽດນາມ ເມື່ອປີ 2014. ປະຈຸບັນ ບໍລິສັດໃຫຍ່ຕາຫນ່າງໄຟຟ້າ ພາກໃຕ້ ຈີນ ກາຍເປັນນັກລົງທຶນກໍ່ສ້າງບັນດາໂຮງງານໄຟຟ້າ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງຢູ່ຫວຽດນາມ. ເມື່ອມາຢ້ຽມຢາມກຸ່ມບໍລິສັດເຫລັກກ້າ ຄູນຫມີງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຢືນຢັນ: ລັດຖະບານ ຫວຽດນາມ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກຸ່ມບໍລິສັດເຫລັກກ້າ ຄູນຫມີງ ເປີດກວ້າງການລົງທຶນ ຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີກຸ່ມບໍລິສັດ ຕ້ອງນຳໃຊ້ບັນດາເຕັກໂນໂລຊີທີ່ກ້າວຫນ້າເພື່ອຂຸດຄົ້ນ ແລະ ນຳໃຊ້ແຫລ່ງບໍ່ເຫລັກກ້າຢູ່ ລາວກາຍ ຢ່າງມີປະສິດທິຜົນ ພ້ອມທັງບຸລິມະສິດບັນຫາປົກປັກຮັກສາສິ່ງແວດລ້ອມ.