(vovworld) – ວັນທີ 11/4, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ສືບຕໍ່ການຢ້ຽມຢາມສັນຖະວະໄມຕີ ສ ກູບາ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານພົນເອກ Raul Castro Ruz, ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ສ ກູບາ. ກ່ອນໜ້ານັ້ນ, ວັນທີ 10/4, ພິທີຕ້ອນຮັບ ທ່ານເລຂາທິການໃຫຍ່ Nguyen Phu Trong ໄດ້ຖືກຈັດຕັ້ງຕາມພິທີສູງສຸດສຳລັບປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ Nguyen Phu Trong ມີການເຈລະຈາກັບ ເລຂາທີໜຶ່ງຄະນະບໍລິຫານງານສູນກາງພັກ ສ ກູບາ, ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ສ ກູບາ ທ່ານ Raul Castro Ruz. ການນຳຫວຽດນາມ ແລະ ກູບາເຫັນດີເປັນເອກະສັນຈະເພີ່ມທະວີບັນດາການພົບປະຂັ້ນສູງ, ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ແລກປ່ຽນບົດຮຽນໃນການຄຸມຄອງເສດຖະກິດ - ສັງຄົມ ແລະ ກໍ່ສ້າງພັກ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ສຶກສາອົບຮົມລຸ້ນໜຸ່ມ 2 ປະເທດກ່ຽວກັບນ້ຳໃຈສາມັກຄີຖານອ້າຍນ້ອງຫວຽດນາມ - ກູບາ. 2 ຝ່າຍໄດ້ເຫັນດີເປັນເອກະສັນກັນຈະເປັນເຈົ້າການຜັດປ່ຽນກັນຈັດຕັ້ງບັນດາກອງປະຊຸມສຳມະນາທິດສະດີລວມລະຫວ່າງ 2 ພັກ ກ່ຽວກັບຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ, 2 ຝ່າຍຢືນຢັນຄວາມຈຳເປັນ ແລະ ຄຸນຄ່າທີ່ດີເລີດ ຂອງລັດທິສັງຄົມນິຍົມໃນການຮັບປະກັນເປົ້າໝາຍພັດທະນາແບບຍືນຍົງ, ເພື່ອມະນຸດ...
ແລະກໍໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ Nguyen Phu Trong ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ Hoxe Macti ເຊິ່ງແມ່ນວິລະຊົນແຫ່ງຊາດ, ນັກຮຽນຮູ້ທີ່ຍິງໃຫຍ່ຂອງກູບາ, ຜູ້ໄດ້ສ້າງຕັ້ງຄວາມສາມັກຄີມິດຕະພາບລະຫວ່າງຫວຽດນາມ ແລະ ກູບາ. ຕອນຄ່ຳວັນດຽວກັນ, ຢູ່ວັງ Cubanacan, ຄະນະບໍລິຫານງານສູນກາງພັກກູບາ, ສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ ກູບາ ໄດ້ຈັດຕັ້ງງານລ້ຽງຮອງຮັບທ່ານເລຂາທິການໃຫຍ່ Nguyen Phu Trong ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງສົມກຽດ.