ທ່ານເລຂາທິການໃຫ່ຍ ສປຊ ຮຽກຮ້ອງສັນຕິພາບ ຢູ່ຕາເວັນອອກກາງ
(ພາບ:VOV5)
(vovworld)-ກ່າວຄຳເຫັນທີ່ການພົບປະກັບປະທານາທິບໍດີອິດສະຣາແອນ Shimon Peres ຢູ່ Jerusalem ເມື່ອວັນທີ 16/8, ທ່ານບານກີມູນ ເລຂາທິການໃຫ່ຍ ສປຊ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງປາແລດສະຕິນ ແລະ ອິດສະຣາແອນ ຈົ່ງພ້ອມກັນຜ່ານຜ່າ “ຄວາມລະແວງສົງໃສອັນເລິກເຂິ່ງ“ ເພື່ອບັນລຸໄດ້ຂໍ້ຕົກລົງສັນຕິພາບ. ທ່ານບານກີມູນ ເລຂາທິການໃຫ່ຍ ສປຊ ເນັ້ນນັກວ່າ ສອງຝ່າຍຕ້ອງຮັກສາສະພາບແວດລ້ອມທີ່ມີລັກສະນະສ້າງສັນໃຫ້ແກ່ວິວັດທະນະການສັນຕິພາບຢູ່ຕາເວັນອອກກາງໃນອະນາຄົດ ພ້ອມທັງຫລີກເວັ້ນການຄັດຄ້ານທີ່ຫຍໍ້ທໍ້ອາດຈະກໍ່ຜົນສະທ້ອນເຖິງຮອບເຈລະຈາສັນຕິພາບຄັ້ງຕ່າງໆ. ໃນວັນດຽວກັນ, ທ່ານບານກີມູນ ເລຂາທິການໃຫ່ຍ ສປຊ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີອິດສະຣາແອນ Benjamin Netanyahu, ທ່ານລັດຖະມົນຕີກະຊວງຍຸດຕິທຳ-ຫົວໜ້າຄະນະເຈລະຈາອິດສະຣາແອນ Tzipi Livni ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Moshe Yaalon.