ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມສະຖານທູດຫວຽດນາມປະຈຳອິນໂດເນເຊຍ

(VOVWORLD) -ໃນຂອບເຂດການຢ້ຽມຢາມອິນໂດເນເຊຍ ຢ່າງເປັນທາງການ, ຕອນຄ່ຳວັນທີ 22 ສິງຫາ
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມສະຖານທູດຫວຽດນາມປະຈຳອິນໂດເນເຊຍ - ảnh 1 (ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຢ້ຽມຢາມສະຖານທູດຫວຽດນາມປະຈຳອິນໂດເນເຊຍ)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງໃຫ້ພະນັກງານ, ພາລະກອນສະຖານທູດ ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ການທູດເຊິ່ງພັກ ແລະ ລັດມອບໝາຍໃຫ້ເປັນຢ່າງດີ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອິນໂດເນເຊຍ ເລິກເຊິ່ງຂຶ້ນຕື່ມ. ໃນນັ້ນຄວນເອົາໃຈໃສ່ວຽກງານສຶກສາດ້ານການເມືອງ, ລະດົມກຳລັງໃຈພະນັກງານ, ສະມາຊິກພັກໃຫ້ເປັນແບບຢ່າງ, ຝຶກຝົນຫຼໍ່ຫຼອມຄຸນນະທາດດ້ານການເມືອງ… ສະຖານທູດກໍ່ຄວນເອົາໃຈໃສ່ເຖິງວຽກງານຄົ້ນຄວ້າ, ຄົ້ນພົບຢ່າງທັນການ, ສະເໜີບັນດາມາດຕະການລະອຽດ, ເພື່ອປະກອບສ່ວນພ້ອມກັບພັກ, ລັດ ແລະ ປະຊາຊົນ ໃນການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອິນໂດເນເຊຍ ເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ