(vovworld) - ຕອນເຊົ້າວັນທີ 04/01, ຢູ່ຫວຽດນາມ ສູນກາງສະມາຄົມທ່ານໝໍໜຸ່ມຫວຽດນາມ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທ່ານໝໍໜຸ່ມຫວຽດນາມ ຄັ້ງທີ 2 (ອາຍຸການ 2012 - 2015). ໂດຍປະຕິບັດມະຕິຂອງກອງປະຊຸມໃຫຍ່ອາຍຸການຜ່ານມາ, ສະມາຄົມທ່ານໝໍໜຸ່ມຫວຽດນາມ ໄດ້ຍູ້ແຮງບັນດາບັ້ນຂົນຂວາຍ: “ທ່ານໝໍໜຸ່ມຮໍ່າຮຽນ, ຝືກຝົນຫຼໍ່ຫຼອມຄຸນສົມບັດ, ຍົກສູງຄຸນສົມບັດ”, “ທ່ານໝໍໜຸ່ມມີຫົວຄິດປະດິດສ້າງໃນການຄົ້ນຄວ້າວິທະຍາສາດ” ແລະ “ທ່ານໝໍໜຸ່ມເພື່ອສຸຂະພາບຂອງວົງຄະນະຍາດ”... ອັນໄດ້ປະກອບສ່ວນແບ່ງປັນຄວາມຫຍຸ້ງຍາກ, ປິ່ນປົວ ແລະ ເຮັດໃຫ້ສຸຂະພາບຂອງປະຊາຊົນແຂງແຮງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນປະຊາຊົນຢູ່ເຂດຫ່າງໄກຊອກຫຼີກ. ດ້ວຍຄຳຂວັນທີ່ວ່າ : “ທ່ານໝໍຫວຽດນາມ ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຄວາມເກັ່ງກ້າສາມາດ, ເພື່ອສຸຂະພາບຂອງວົງຄະນະຍາດ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມທ່ານໝໍໜຸ່ມຫວຽດນາມ ຄັ້ງທີ 2 ສືບຕໍ່ປຸກລະດົມ ແລະ ຜັນຂະຫຍາຍບັນດາບັ້ນຂົນຂວາຍທ່ານໝໍອາສາສະໝັກເພື່ອວົງຄະນະຍາດ; ຍູ້ແຮງວຽກງານໂຄສະນາ, ເປີດກວ້າງບັນດາຮູບແບບເຕົ້າໂຮມ, ຂົນຂວາຍຂະຫຍາຍສະມາຊິກ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ເນັ້ນໜັກວ່າ.
“ສະມາຄົມໄດ້ວາງອອກທິດທາງເຄື່ອນໄຫວຊັດເຈັນດ້ວຍ 3 ບັ້ນຂົນຂວາຍທີ່ຖືກຕ້ອງ. ບັນດາການເຄື່ອນໄຫວຂອງສະມາຄົມມີປະສິດທິຜົນຫຼາຍຢ່າງ ສາມາດຕອບສະໜອງໄດ້ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງພັກ. ຜ່ານການເຄື່ອນໄຫວ ແລະ ສະພາບຕົວຈິງ ບັນດາທ່ານໝໍໜຸ່ມໄດ້ສະແດງໃຫ້ເຫັນນ້ຳໃຈເມດຕາຈິດຈາກຫົວໃຈຂອງຕົນ. ນີ້ປຽບເໝືອນໂຮງຮຽນເພື່ອຝືກຝົນຫຼໍ່ຫຼອມວິຊາຊີບໃຫ້ແກ່ບັນດາທ່ານໝໍໜຸ່ມ”.
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ສະເໜີວ່າ, ໃນອາຍຸການໃໝ່, ສະມາຄົມທ່ານໝໍໜຸ່ມຫວຽດນາມ ຕ້ອງຍູ້ແຮງບັນດາການເຄື່ອນໄຫວອາສາສະໝັກເພື່ອວົງຄະນະຍາດຫຼາຍກວ່າອີກ, ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ, ປະຊາຊົນເຂດຫ່າງໄກຊອກຫຼີກໄດ້ຊົມໃຊ້ບັນດາການບໍລິການປິ່ນປົວ ແລະ ເຮັດໃຫ້ສຸຂະພາບຂອງປະຊາຊົນແຂງແຮງຂຶ້ນກວ່າເກົ່າ.