ທາບທ່າມດ້ານການເມືອງຄັ້ງທີ 1 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ສີລັງກາ.

ທາບທ່າມດ້ານການເມືອງຄັ້ງທີ 1 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ສີລັງກາ. - ảnh 1
ທ່ານປະທານປະເທດ ຫວຽດນາມ ແລະ ທ່ານປະທານາທິບໍດີ ສິລັງກາ Mahinda Rajapaksa.
ພາບປະກອບ:internet


(vovworld) -  ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແລະ ສີລັງກາ ​ໄດ້​ດຳ​ເນີນ​ການ​ທາ​ບທ່າມດ້ານ​ການ​ເມືອງ​ຄັ້ງ​ທີ 1 ຢູ່ ນະຄອນ Colombo ປະ​ເທດ ສີ​ລັງກາ ​ໃນ​ວັນ​ທີ 24 - 25/5/2012. ສອງ​ຝ່າຍ​ໄດ້​ສຳ​ຫລວດ​ກວດຄືນ ​ແລະ ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ຂົງ​ເຂດ ການ​ເມືອງ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ກະສິກຳ ວັດທະນະທຳ, ວິທະຍາສາດ​ເຕັກນິກ ​ແລະ ​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ສອງ​ຝ່າຍ​ກະກຽມ​ເນື້ອ​ໃນ​ການ​ຢ້ຽມຢາມ​ຫວຽດນາມຢ່າງ​ເປັນ​ທາງ​ການ​ຂອງ​ທ່າ​ນລັດຖະມົນຕີ​ການ​ຕ່າງປະ​ເທດ ສີ​ລັງກາ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ກອງ​ປະຊຸມ​ຄັ້ງທີ 3 ຄະນະ​ກຳມະການ​ປະສົມ ຫວຽດນາມ - ສີ​ລັງກາ ຄາດ​ວ່າ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ​ໃນ​ວັນ​ທີ 16- 17/7/2012.

ຂ່າວ/ບົດ​ອື່ນ