ນະຄອນ ໂຮ່ຈີມິນ ແລະ ແຂວງ ສະຫວັນນະເຂດ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ

ນະຄອນ ໂຮ່ຈີມິນ ແລະ ແຂວງ ສະຫວັນນະເຂດ ເພີ່ມທະວີການຮ່ວມມືຢ່າງຮອບດ້ານ - ảnh 1
ນະຄອນ ໂຮ່ຈີມິນ

(vovworld) – ທີ່​ການ​ຕ້ອນຮັບ​ທ່ານເລຂາພັກ​ແຂວງ, ​ເຈົ້າ​ແຂວງ​ແຂວງ ສະຫວັນ​ນະ​ເຂດ ສຸພັນ ​ແກ້ວ​ມີ​ໄຊ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ ​ໂຮ່ຈີ​ມິນ, ວັນ​ທີ 28/4, ​ທ່ານເລຂາຄະ​ນະ​ພັກ​ນະຄອນ ​ໂຮ່ຈີ​ມິນ Le Thanh Hai ຖື​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ກາ​ນຮ່ວມ​ມື​ຂອງ 2 ທ້ອງ​ຖີ່​ນ​ແມ່ນ​ໃຫຍ່​ຫຼວງ, ພິ​ເສດ​ແມ່ນ​ແຂວງ ສະຫວັນ​ນະ​ເຂດ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ນອນ​ໃນ​ແລວ​ເສດ​ຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ຕາມ​ທ່ານ Le Thanh Hai ​ແລ້ວ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ນະຄອນ ​ໂຮ່ຈີມິນ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ​ຄວນ​ມີ​ບັນດາ​ລາຍການ​ຮ່ວມ​ມື​ລະອຽດ​ກ່ວາ, ບໍ່​ພຽງ​ແຕ່​ໃນ​ຂົງ​ເຂດ​ເສດຖະກິດ​​ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ, ວັດທະນະທຳ​ສິລະ​ປະ, ພ້ອມ​ທັງ​ຊຸກ​ຍູ້​ການ​ພົວພັນ​ແລກປ່ຽນ​ປະຊາຊົນ, ບັນດາ​ອົງການ​ແນ​ວ​ໂຮມ​ປະ​ເທ​ດຊາດ, ໝູ່​ຄະນະ, ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຜ່ານ​ນັ້ນ​ສຶກສາອົບຮົ​ມ​ມູນ​ເຊ​ື້ອອັນ​ດີງາມ​ລະຫວ່າງ 2 ທ້ອງ​ຖີ່​ນ ກໍ່​ຄື 2 ປະ​ເທດ​ຫວຽດນາມ - ລາວ ອ້າຍ​ນ້ອງ. 2 ທ້ອງ​ຖີ່​ນສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ສາ​ຫະກິດ​​ໄດ້ພົບ​ປະ, ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື.

ທ່ານ​ ສຸພັນ ​ແກ້ວ​ມີ​ໄຊ ປາດ​ຖະໜາ​ຢາກ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ,​ ນັກ​ລົງທຶນ​ຂອງ​ນະຄອນ ​ໂຮ່ຈີ​ມິນ ກໍ​ຄື​ຂອງ​ຫວຽດນາມ ມາ​ຊອກຮູ້, ຮ່ວມ​ມື​ລົງທຶນ​ຢູ່​ແຂວງ​ສະຫວັນ​ນະ​ເຂດ, ພ້ອມ​ທັງ​ສະ​ເໜີ​ໃຫ້​ນະຄອນ ​ໂຮ່ຈີ​ມິນ ຈົ່ງສືບ​ຕໍ່​ໜູນ​ຊ່ວຍ​ແຂວງ ສະຫວັນ​ນະ​ເຂດ​ ​ໃນ​ຂົງ​ເຂດ​ສຶກສາ, ບຳລຸງ​ສ້າງ​​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ