ນະຄອນດ່ານັ້ງຮ່ວມແຮງຮ່ວມໃຈຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນວິນາດສະກຳທາດພິດສີສົ້ມຢູ່ຫວຽດນາມ (10 ສິງຫາ 1961 – 10 ສິງຫາ 2017).

ນະຄອນດ່ານັ້ງຮ່ວມແຮງຮ່ວມໃຈຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 1 ນະຄອນດ່ານັ້ງຮ່ວມແຮງຮ່ວມໃຈຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

(ພາບປະກອບ)

ວັນທີ 30 ກໍລະກົດ, ຢູ່ນະຄອນດ່ານັ້ງ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນດ່ານັ້ງ, ກຸ່ມບໍລິສັດເອເລກໂຕຮິກ Asanzo ສົມທົບກັບບັນດາຫົວໜ່ວຍຈັດຕັ້ງການແຂ່ງຂັນຖີບລົດຖີບ ດ່ານັ້ງ ເປີດກວ້າງ ຊິງຂັນ Asanzo ຄັ້ງທີ 5 ປີ 2017. ການແຂ່ງຂັນຖີບລົດຖີບຄັ້ງນີ້ແມ່ນເພື່ອຍູ້ແຮງວຽກງານໂຄສະນາ, ສະໜັບສະໜູນບັ້ນຂົນຂວາຍທົ່ວປວງຊົນຟຶກແອບຮ່າງກາຍ, ຍົກສູງສຸຂະພາບປະຊາຄົມ.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນ 15 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົ່ງໃຫ້ບັນດາແມ່ຫວຽດນາມ ວິລະຊົນ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນບໍລິເວນນະຄອນດ່ານັ້ງ ແລະ ຂົນຂວາຍໄດ້ຈຳນວນເງິນກວ່າ 1 ຕື້ດົ່ງເພື່ອຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ