ນະຄອນໂຮ່ຈິມິນ ອັດງານບຸນຕ້ອນຮັບປີໃໝ່ 2014

ນະຄອນໂຮ່ຈິມິນ ອັດງານບຸນຕ້ອນຮັບປີໃໝ່ 2014 - ảnh 1
​ນະຄອນ​ໂຮ່ຈິ​ມິນ ອັດ​ງານ​ບຸນ​ຕ້ອນຮັບ​ປີ​ໃໝ່ 2014
(ພາບປະກອບ)


(vovworld) - ​ງານ​ບຸນ​ຕ້ອນຮັບ​ປີ​ໃໝ່ 2014 ​ໄດ້​ເຄື່ອນ​ໄຫວ​ເປັນ​ເວລາ 5 ວັນ. ງານ​ບຸນ​ຕ້ອນຮັບ​ປີ​ໃໝ່​ ປີ 2014​ ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງປະຊາຊົນ​ນັບ​ພັນໆ​ຄົນທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະ​ປະໃນ​ງາ​ນບຸນ​ໄດ້​ສະ​ແດງ​ໃຫ້​ເຫັນ​ນະຄອນ​ໂຮ່ຈິ​ມິນ ທີ່​ທັນ​ສະ​ໄໝ, ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ ​ແຕ່​ມີ​ຈຸດ​ເອກະລັກ​ສະ​ເພາະ​. ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ຄື: ງານ​ວາງ​ວະ​ແດງ​ຮູບ​ຖ່າຍ, ອາຫານ​ການ​ກິນ​ທຸກ​ແຖບ​ຖິ່ນ, ​ແຂ່ງ​ລົດ​ຖີບ...

          ງານ​ບຸນ​ຕ້ອນຮັບ​ບຸນ​ປີ​ໃໝ່ ​ໄດ້​ຈັດ​ຂຶ້ນ​ເປັນ​ປະຈຳ, ​ເຊິ່ງ​ແມ່ນ​ໂອກາດ​ເພື່ອ​ໂຄສະນາ​ໃຫ້​ເພື່ອນ​ມິດສາ​ກົນ​ພາບ​ພົດ​ນະຄອນ​ໂຮ່ຈິ​ມິນ ຂະຫຍັນ​ຂັນ​ເຂື່​ອນ, ມີ​ການ​ເຄື່ອນ​ໄຫວ​ດ້ານ​ວັດທະນະທຳ, ທ່ອງ​ທ່ຽວ​ທີ່​ອຸດົມສົມ​ບຸນ, ຫຼາຍ​ຮູບ​ຫຼາຍແບບ, ພວມ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ພ້ອມທັງ​ຢືນຢັນ​ການ​ພັດທະນາ​ຂອງ​ນະຄອນ​ທີ່​ສີວິ​ໄລ ​ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ