ນະຄອນໂຮ່ຈີ່ມິນເຊີດຊູ100ວິສາຫະກິດດີເດັ່ນ
ສະຫະສະມາຄົມວິສາຫະກິດນະຄອນໂຮ່ຈີ່ມິນຈັດຕັ້ງ
ການເຊີດຊູ 100 ວິສາຫະກິດດີເດັ່ນ ປີ 2015
(ພາບ: hiephoidoanhnghiep.vn)
( vovworld)- ຕອນເຊົ້າ ວັນທີ 10/10, ສະຫະສະມາຄົມວິສາຫະກິດນະຄອນໂຮ່ຈີ່ມິນ ຈັດຕັ້ງການເຊີດຊູ 100 ວິສາຫະກິດດີເດັ່ນ ປີ 2015 ແລະ ຕ້ອນຮັບຫຼຽນໄຊແຮງງານ ຊັ້ນ II. 100 ວິສາຫະກິດດີເດັ່ນປີນີ້ ແມ່ນບັນດາວິສາຫະກິດທີ່ມີລາຍຮັບ ແລະ ກຳໄລເກີນແຜນການ. ມີການເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ມີບັນດາມາດຕະການໃໝ່ ຮັບໃຊ້ການຜະລິດດຳເນີນທຸລະກິດ ຢ່າງມີປະສິດທິຜົນ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວປະຊາຄົມ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາພື້ນຖານເສດຖະກິດ,ສັງຄົມຂອງນະຄອນເວົ້າສະເພາະ, ທົ່ວປະເທດເວົ້າລວມ. ລວມຍອດລາຍຮັບທັງໝົດຂອງ 100 ວິສາຫະກິດດີເດັ່ນປີນີ້ ບັນລຸໄດ້ກວ່າ 650 ພັນຕື້ດົງ, ມອບເຂົ້າງົບປະມານແຫ່ງລັດ 18 ພັນຕື້ດົງ ແລະ ປະກອບສ່ວນແກ້ໄຂວຽກເຮັດງານທຳໃຫ້ຜູ້ອອກແຮງງານ 155 ພັນຄົນ.