(vovworld) - ຕອນບ່າຍວັນທີ 26/10, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີແຮງງານ, ວຽກເຮັດງານທຳ, ສອນວິຊາຊີບ ແລະ ເຈລະຈາສັງຄົມຝລັ່ງ Michel Sapin ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ, ປີ 2013 ແມ່ນປີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ຝລັ່ງ, ເພາະສະນັ້ນ, ສອງຝ່າຍຄວນສົມທົບກັນເປັນຢ່າງດີເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງຢ່າງແທດຈິງ, ພ້ອມກັນນັ້ນສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີສາກົນ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ສະເໜີໃຫ້ຝລັ່ງ ສືບຕໍ່ເພີ່ມເງິນຊ່ວຍເຫຼືອພັດທະນາໃຫ້ແກ່ຫວຽດນາມ, ຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ… ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍສະແດງຄວາມຫວັງວ່າ ຈະພ້ອມກັບລັດຖະບານຝລັ່ງ ຊຸກແຮງການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ການຊ່ວຍເຫຼືອພັດທະນາ.