ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ

(VOVWORLD) -  ຕອນເຊົ້າວັນທີ 08 ຕຸລາ, ພາຍຫຼັງທີ່ເດີນທາງຮອດນະຄອນຫຼວງ ວຽງຈັນ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ (ພາບ: TTXVN)

ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມປະທັບໃຈຕໍ່ການກະກຽມຢ່າງລອບຄອບຖີ່ຖ້ວນໃນທຸກດ້ານໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງບົດບາດຂອງ ລາວ ໃນຖານະເປັນປະທານ ອາຊຽນ  2024; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການສົມທົບກັບ ລາວ ແລະ ບັນດາປະເທດ ເພື່ອໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ປະສົບຜົນສຳເລັດ, ປະກອບສ່ວນເສີມຂະຫຍາຍອິດທິພົນຊື່ສຽງຂອງ ລາວ ແລະ ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມຂອງ ອາຊຽນ. ໃນການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເນັ້ນໜັກເຖິງຄຸນຄ່າຂອງນ້ຳໃຈສາມັກຄີ ຫວຽດນາມ - ລາວ, ຫວຽດນາມ - ລາວ - ກຳປູເຈຍ, ເຫັນດີສືບຕໍ່ສົມທົບກັບ ກຳປູເຈຍ ນຳການພົວພັນຮ່ວມມື 3 ປະເທດ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນແທດຈິງຂອງສາມປະເທດ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະໃໝ່.

    ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ໄປຢ້ຽມຢາມບໍລິສັດ Star Telecom (Unitel) ເຊິ່ງເປັນໜຶ່ງໃນບັນດາບໍລິສັດທີ່ມີການມອບພັນທະຫຼາຍທີ່ສຸດເຂົ້າໃນງົບປະມານແຫ່ງລັດ ລາວ, ສ້າງອິດທິພົນຊື່ສຽງອັນໃຫຍ່ຫຼວງ ແລະ ກວມເອົາ 57% ອັດຕາສ່ວນການຕະຫຼາດ.  

ຕອບກັບ

ຂ່າວ/ບົດ​ອື່ນ