ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງເສດຖະກິດລັດ Rheinland Pfalz ປະເທດເຢຍລະມັນ

(VOVWORLD) -ຕອນບ່າຍວັນທີ 17 ເມສາ, ທີ່ສຳນັກງານລັດຖະບານຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Volker Wisshing ຮອງຜູ້ວ່າການລັດ, ລັດຖະມົນຕີກະຊວງເສດຖະກິດ, ຄົມມະນາຄົມ ແລະກະສິກຳ ລັດ Rheinland Pfalz, ແຫ່ງສາທາລະນະລັດສະຫະພັນເຢຍລະມັນ.

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງເສດຖະກິດລັດ Rheinland Pfalz ປະເທດເຢຍລະມັນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານລັດຖະມົນຕີ Volker Wisshing

(ພາບ: VOV)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ ແລະ ລັດຖະບານຫວຽດນາມຍາມໃດກໍສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ບັນດາວິສາຫະກິດຂອງເຢຍລະມັນທຳມາຫາກິນບັນລຸປະສົບຜົນສຳເລັດຢູ່ຫວຽດນາມ.

        ລັດຖະບານຫວຽດນາມກໍສະໜັບສະໜູນເລື່ອງຍູ້ແຮງການຮ່ວມມືລະຫວ່າງບັນດາກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ກັບ ບັນດາກຸ່ມບໍລິສັດຂອງເຢຍລະມັນ; ພ້ອມທັງປາດຖະໜາວ່າ ສອງຝ່າຍຈະຊຸກຍູ້ການຮ່ວມມືໂດຍອີງໃສ່ບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ; ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ຍູ້ແຮງການຮ່ວມມືໃນຂົງເຂດທ່ອງທ່ຽວ… ທ່ານນາຍົກລັດຖະມົນຕີ ກໍສະແດງຄວາມປາດຖະໜາຢາກໃຫ້ບັນດາລັດຂອງປະເທດເຢຍລະມັນເວົ້າລວມ ແລະ ລັດ Rheinland Pfalz ເວົ້າສະເພາະ, ຈະສວມບົດບາດສຳຄັນໃນການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ເຢຍລະມັນໃນໄລຍະຈະມາເຖິງ.

        ທ່ານລັດຖະມົນຕີ Volker Wisshing ໃຫ້ຮູ້ວ່າ ລັດ Rheinland Pfalz ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມ ແລະ ບັນດາວິສາຫະກິດຂອງລັດ Rheinland Pfalz ກໍຢາກຍູ້ແຮງການສົ່ງອອກບາງຜະລິດຕະພັນທີ່ເປັນມູນເຊື້ອມາຍັງຕະຫຼາດຫວຽດນາມ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງສະເໜີໃຫ້ສອງຝ່າຍຊຸກຍູ້ການພົວພັນດ້ານການລົງທຶນ ແລະ ການຄ້າຢ່າງແຮງ ເພື່ອປະກອບສ່ວນຍົກວົງເງິນການຄ້າສອງສົ້ນເພີ່ມຂຶ້ນສູງກວ່າເມື່ອທຽບໃສ່ປັດຈຸບັນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ