ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຝລັ່ງ

(VOVWORLD) - ຕອນບ່າຍວັນທີ 2 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຝລັ່ງ Édouard Philippe ຢ່າງສົມກຽດ.
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນເຈົ້າພາບຈັດຕັ້ງພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຝລັ່ງ - ảnh 1ການຕ້ອນຮັບທ່ານ ນາຍົກລັດຖະມົນຕີ ສ. ຝລັ່ງ Édouard Philippe

ໂດຍໄດ້ຮັບຄຳເຊີ້ນເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສ. ຝລັ່ງ Édouard Philippe ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 2 – 4 ພະຈິກ. ຕອນບ່າຍວັນທີ 2 ພະຈິກ, ທີ່ສຳນັກງານປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຝລັ່ງ Édouard Philippe ຢ່າງສົມກຽດ.

        ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Édouard Philippe ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ 2 ປະເທດດຳເນີນການເຈລະຈາ.

        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຝລັ່ງ ມີຄວາມໝາຍສຳຄັນໃນສະພາບການທີ່ການພົວພັນສອງປະເທດໄດ້ ແລະ ພວມມີບັນດາບາດກ້າວພັດທະນາຕັ້ງໜ້າ ແລະ ສອງປະເທດພວມສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ນີ້ກໍ່ແມ່ນໂອກາດທີ່ສອງປະເທດພວມສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

ຕອບກັບ

ຂ່າວ/ບົດ​ອື່ນ