ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ພົບປະກັບບັນດາ ນັກວິທະຍາສາດໜຸ່ມດີເດັ່ນ

ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸງ ພົບປະກັບບັນດາ ນັກວິທະຍາສາດໜຸ່ມດີເດັ່ນ - ảnh 1
ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ​ພົບ​ປະໂອ້​ລົມ​ກັບ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ


(vovworld)- ​ຕອນ​ເຊົ້າ​ວ​ັນ​ທີ 11/9, ຢູ່​ຮ່າ​ໂນ້ຍ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ມີ​ການ​ພົບ​ປະໂອ້​ລົມ​ກັບ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ​ເກືອບ 70 ຄົນ ທີ່​ມີ​ຜົນ​ງານ​ທາງ​ດ້ານ​ວິ​ທະ​ຍ​າ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ທີ່​ດີ​ເດັ່ນຢູ່​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ, ມະ​ຫາ​ວິ​ທະ​ຍ​າ​ໄລ ແລະ ວິ​ສາ​ຫະ​ກິດ. ທີ່​ການ​ພົບ​ປະ, ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ໄດ້​ເນັ້ນ​ໜັກ​ວ່າ : ຖັນ​ແຖວ​ນັກ​ປັນ​ຍາ​ຊົນ, ນັກ​ວິ​ທະ​ຍາ​ສາດ​ໜຸ່ມ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ໃນ​ເວ​ທີ​ສາ​ກົນ​ອີກ​ດ້ວຍ. ທ່າ​ນນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີ້ນ​ຢຸງ ກ່າວ​ວ່າ : 

    “ ຂ້າ​ພະ​ເຈົ້າ​ເນັ້ນ​ໜັກ​ວ່າ ນະ​ໂຍ​ບາຍ​ທຳ​ອິດ ແມ່ນ​ຕ້ອງ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​, ນຳ​ໃຊ້ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໜຸ່ມ. ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ​ແມ່ນ​ລຸ່ນ​ໄວ​ໜຸ່ມ. ແລ້ວ​ກໍ​ຮອດ​ນະ​ໂຍ​ບາຍສົ່ງ​ເສີມ​ການ​ລົງ​ທຶ​ນ, ການ​ເງິນ, ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ເລີ່ມ​ສ້າງ​ອາ​ຊີບ, ສົ່ງ​ເສີມ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ແລະ ຕິດ​ພັນ​ກັບ​ບັນ​ຫານີ້ ແມ່ນ​ການ​ສົ່ງ​ເສີມ​ວິ​ສາ​ຫະ​ກິດ​ຍົກ​ສູງ​ປະ​ສິດ​ທິ​ຜົນ, ກຳ​ລັງ​ແກ່ງ​ແຍ້ງ ແລະ ຕ້ອງ​ນຳ​ໃຊ້​ວິ​ທະ​ຍາ​ສາ​ດ​ເຕັກ​ໂນ​ໂລ​ຢີ ”

 

 

ຂ່າວ/ບົດ​ອື່ນ