ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຮັດວຽກກັບການນຳແຂວງດັກລັກ

ນາຍົກລັດຖະມົນຕີຫງວຽນເຕີນຢູ້ງເຮັດວຽກກັບການນຳແຂວງດັກລັກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ດັກ​ລັກ
(ພາບ: nguyentandung.org)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/11, ທີ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ​ແຂວງ ດັກ​ລັກ ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ທ້ອງ​ຖີ່ນ. ເມື່ອ​ສະ​ຫລຸບ​ການ​ເຮັດ​ວຽກ, ທ່ານ​ ຫງວຽນ​ເຕີນ​ຢູ້ງ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ແຂວງ ດັກ​ລັກ ໃນ​ການ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​, ​ຂໍ້​ສະ​ຫລຸບ​ຂອງ​ສູນ​ກາງ​ພັກ, ລັດ​ຖະ​ບານ​ໃນ​ນັ້ນ​ມີ​​ຂໍ້​ສ​ະ​ຫລຸບ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນ ບວນ​ມາ​ທວດ ​ໃຫ້​ເປັນ​ຕົວ​ເມືອງ​ສູນ​ກາງ​ຂອງ​ເຂດ​ໄຕ​ງວຽນ ຢ່າງ​ເຂັ້ມ​ງວ​ດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ສະ​ເໜີ​ແຂວງ ດ​ັກ​ລັກ ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​, ທ່າ​ແຮງສູງ​ສຸດ​ເພື່ອ​ສືບ​ຕໍ່​ບື່ນ​ຕົວ​ຂຶ້ນ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ເຕີນ​ຢູ້ງ ກໍ່​ສະ​ເໜີ​ໃຫ້ແຂວງ ດັກ​ລັກ ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​​ໂດຍໄວ ແລະ ​ໝັ້ນ​ຄົງ​ກ່​ວາ​ໃນ​​ໝູ່ປະ​ຊາ​​ຊົນ​ບັນ​ດາ​ເຜົ່າ, ​ເດັດ​ດຽວປະ​ຕິ​ບັດ​ໂຄງ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​​ກ່​ວາ​ອີກ.

 



ຂ່າວ/ບົດ​ອື່ນ