ນາຍົກລັດຖະມົນຕີໄທ: ການເລືອກຕັ້ງທົ່ວປະເທດອາດຈະຖືກຈັດຂຶ້ນໃນທ້າຍປີ 2015

ນາຍົກລັດຖະມົນຕີໄທ: ການເລືອກຕັ້ງທົ່ວປະເທດອາດຈະຖືກຈັດຂຶ້ນໃນທ້າຍປີ 2015 - ảnh 1
ທ່ານ​ນາຍົກລັດຖະມົນຕີ​ໄທ ປຣະຢຸດ ຈັນ​ໂອ​ຈາ
(ພາບ: Getty Images)


(vovworld) – ວັນ​ທີ 06/02, ທ່ານ​ນາຍົກລັດຖະມົນຕີ​ໄທ ປຣະຢຸດ ຈັນ​ໂອ​ຈາ ຖະ​ແຫຼງວ່າ, ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່ ອາດ​ຈະຖືກ​ຂຶ້ນ​ໃນ​ທ້າຍ​ປີ 2015, ພ້ອມທັງ​ຢືນຢັນ​ວ່າ, ທັດສະນະ​ຮັກສາກົດ​ໄອ​ຍະ​ການ​ເສິກ​ໃນ​ປະຈຸ​ບັນ​ແມ່ນ​ຈຳ​ເປັນ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ ກ່ອນ​ທີ່​​ໄປ​ຢ້ຽມຢາມ​ຍີ່ປຸ່ນ ​ເລີ່​ມ​ແຕ່​ວັນ​ທີ 08/02, ທ່ານ ປຣະຢຸດ ຈັນ​ໂອ​ຈາ ​ໃຫ້​ຮູ້​ວ່າ, ຮ່າງ​ລັດຖະທຳ​ມະນູນ​ສະບັບ​ໜຶ່ງ ຈະ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ເດືອນ 04 ຈະ​ມາ​ເຖິງ ​ແລະ ຈະ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ພະ​ບາດ​ສົມ​ເດັດ ​ໃຫ້​ສັດຕະຍາບັນຜ່ານ​ໃນ​ເດືອນ 09. ຕ້ອງ​ໃຊ້​ເວລາ 2 ​ເດືອນ​ອີກ​ເພື່ອ​ກະກຽມ​ການ​ເລືອ​ກຕັ້ງ​ທົ່ວ​ປະ​ເທດ. ຕາມ​ທ່ານ​ນາຍົກລັດຖະມົນຕີ​ແລ້​ວ, ​ແຜນການດັ່ງກ່າວ​ພວມ​ດຳ​ເນີນ​ໄປ​ຢ່າງ​ສະດວກ ​ແລະ ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ອາດ​ຈະ​ຖືກຈັດ​ຂຶ້ນ​ໃນ​ທ້າຍ​ປີ 2015 ນີ້.

ຂ່າວ/ບົດ​ອື່ນ