(VOVWORLD) -ບົດຖະແຫລງປະກາດເອກະລາດ ແມ່ນການຢັ້ງຢືນໝາກຜົນຂອງການປະຕິວັດເດືອນສິງຫາປີ 1945, ສ້າງຂີດໝາຍແຫ່ງບາດລ້ຽວອັນຍິ່ງໃຫຍ່ໃນວິວັດທະນາການພັດທະນາຂອງຊາດຫວຽດນາມ
ກອງປະຊຸມສຳມະນາວິທະຍາສາດ “ 75 ປີແຫ່ງວັນເປີດຕົວບົດຖະແຫລງປະກາດເອກະລາດຂອງປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ” |
ກອງປະຊຸມສຳມະນາວິທະຍາສາດ “ 75 ປີແຫ່ງວັນເປີດຕົວບົດຖະແຫລງປະກາດເອກະລາດຂອງປະເທດ ສາທາລະນະລັດປະຊາທິປະໄຕຫວຽດນາມ” ໄດ້ດຳເນີນໃນວັນທີ 1 ກັນຍາ ຢູ່ ຮ່າໂນ້ຍ ໂດຍ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສຳນັກພິມຈຳຫນ່າຍການເມືອງແຫ່ງຊາດ ຊື້ເທິດ ສົມທົບກັນຈັດຕັ້ງ.
ບັນດາບົດປະກອບຄຳເຫັນ ລ້ວນແຕ່ເປັນເອກະພາບວ່າ ບົດຖະແຫລງປະກາດເອກະລາດ ແມ່ນການຢັ້ງຢືນໝາກຜົນຂອງການປະຕິວັດເດືອນສິງຫາປີ 1945, ສ້າງຂີດໝາຍແຫ່ງບາດລ້ຽວອັນຍິ່ງໃຫຍ່ໃນວິວັດທະນາການພັດທະນາຂອງຊາດຫວຽດນາມ. ທ່ານສາດສະດາຈານ -ປອ ເລວັນເລີ້ຍ ຮອງຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຢືນຢັນວ່າ:
“ບົດຖະແຫລງປະກາດເອກະລາດ ໄດ້ເປີດສັງກາດໃຫມ່ໃນປະຫວັດສາດຂອງຊາດຫວຽດນາມ - ສັງກາດເອກະລາດເສລີພາບຂອງປະເທດຊາດ, ສັງກາດແຫ່ງສັງຄົມນິຍົມຢູ່ຫວຽດນາມ. ບົດຖະແຫລງເອກະລາດ ແມ່ນການສຸມບັນດາຄຸນຄ່າອັນດີງາມ, ຄວາມກ້າວຫນ້າຂອງຊາດ ແລະມວນມະນຸດ. ບົດຖະແຫລງປະກາດເອກະລາດໄດ້ປະກອບສ່ວນສ້າງພື້ນຖານດ້ານນິຕິກຳໃຫມ່, ຄວາມສີວິໄລຂອງມວນມະນຸດ, ມຸ່ງໄປເຖິງຄວາມຍຸຕິທຳ, ສະເຫມີພາບ, ລົບລ້າງທຸກການກົດຂີ່, ອະຍຸຕິທຳ ເພື່ອສັນຕິພາບ, ການຮ່ວມມື ແລະມິດຕະພາບລະຫວ່າງບັນດາຊາດ ພ້ອມທັງປະກອບສ່ວນອັນໃຫຍ່ຫລວງໃນການລະດົມກຳລັງໃຈ, ການຮ່ວມມື ແລະ ມິດຕະພາບລະຫວ່າງບັນດາຊາດພວມຖືກກົດຂີ່ຜູກທາດຢູ່ທຸກແຫ່ງໃນໂລກ ເພື່ອລຸກຂຶ້ນຕໍ່ສູ້ຍາດເອົາເອກະລາດ, ສິດເປັນເຈົ້າຕົນເອງ”