ລາຍງານກ່ຽວກັບສະພາບການປະຊາກອນໂລກປີ 2012
(ພາບ: google.com.vn)
(vovworld) - ຕອນບ່າຍວັນທີ 15/11, ຢູ່ຮ່າໂນ້ຍ, ກອງທຶນປະຊາກອນສະຫະປະຊາຊາດ (UNFPA) ຢູ່ຫວຽດນາມໄດ້ປະກາດບົດລາຍງານກ່ຽວກັບສະພາບການປະຊາກອນໂລກປີ 2012. ບົດລາຍງານສະແດງໃຫ້ເຫັນວ່າ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍຢ່າງໃນການຈັດບັນຫາວາງແຜນຄອບຄົວເຂົ້າໃນການບໍລິການສາທາລະນະສຸກທົ່ວໄປ. ເພື່ອເຮັດໃຫ້ຫວຽດນາມຍົກສູງວຽກງານປະຊາກອນ - ວາງແຜນຄອບຄົວກວ່າອີກ. ທ່ານນາງ Mandeep K.OBien, ຜູ້ວ່າການຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນສະຫະປະຊາຊາດ (UNFPA) ຢູ່ຫວຽດນາມ, ຖືວ່າ:
”ລັດຖະບານຫວຽດນາມໄດ້ມີບັນດານະໂຍບາຍ, ກໍ່ຄືຍຸດທະສາດກ່ຽວກັບສຸຂະພາບຈະເລີນພັນ. ພວກຂ້າພະເຈົ້າສະເໜີລັດຖະບານຫວຽດນາມຈົ່ງປະຕິບັດບັນດາຍຸດທະສາດນີ້ໃຫ້ດີ, ພິເສດແມ່ນຢູ່ຂັ້ນທ້ອງຖີ່ນ. ພວກເຮົາກໍ່ໜູນຊ່ວຍທາງດ້ານເສດຖະກິດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການວາງແຜນຄອບຄົວ, ພິເສດແມ່ນກຸ່ມມີປົມດ້ອຍ. ນອກນັ້ນຄວນຍົກສູງລະບົບສາທາລະນະສຸກ, ເພີ່ມທະວີການຄຸ້ມຄອງຂໍ້ມູນຂ່າວສາທາລະນະສຸກ, ຄຸ້ມຄອງຄຸນນະພາບ ເພື່ອໃຫ້ທຸກຄົນລ້ວນແຕ່ໄດ້ສຳພັດກັບການບໍລິການວາງແຜນຄອບຄົວ”.