ບັ້ນຂົນຂວາຍຊາວ ຫວຽດນາມ ໃຫ້ບຸລິມະສິດນຳໃຊ້ ສິນຄ້າ ຫວຽດນາມ

ວັນ​ທີ 26 ທັນວາ, ນະຄອນ ຮ່າ​ໂນ້ຍ​ໄດ້​ຈັດ​ກອ​ງປະຊຸມ​ຕີ​ລາຄາ​ໝາກຜົນ​ແຫ່ງ​ບັ້ນ​ຂົນຂວາຍ​ຊາວ ຫວຽດນາມ​ ​ໃຫ້ບຸລິມະສິດ​ນຳ​ໃຊ້​ສິນ​ຄ້າ ຫວຽດນາມ. ທ່ານ ດາວ​ວັນ​ບິ່ງ, ປະທານ​ແນ​ວໂຮມ​ປະ​ເທດ​ຊາດ​ ຫວຽດນາມ ນະຄອນ ​ຮ່າ​ໂນ້ຍ, ຫົວ​ນະ​ຄະນະ​ຊີ້​ນ້ຳ​ບັ້ນ​ຂົນຂວາຍ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ທີ່​ຜ່ານ​ມາ, ບັນດາ​ວິ​ສາ​ຫະກິດ​ໄດ້​ໂຄສະນາ​ຜະລິດ​ຕະພັນ ຫວຽດນາມ ​ໂດຍ​ບໍລິສັດ​ຜະລິດ​ອອກ​ເຖິງ​ຜູ້​ຊົມໃຊ້. ບັນດາ​ຂໍ້​ລິ​ເລີມ, ຫົວຄິດ​ປະດິດ​ສ້າງ, ການປັບປຸງ​ເຕັກ​ໂນ​ໂລ​ຊີ, ຊັບຊ້ອນ​ການຈັດ​ຕັ້ງ​​​ໄດ້ປະກອບສ່ວນ​ເພີ່ມ​ສະມັດ​ຕະພາບ​ການ​ອອກແຮງ​ງານ, ຫຼຸດຜ່ອນ​ລາຄາ​ສິນຄ້າ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຜະລິດ​ຕະພັນສາມາດ​ຄອງຕະຫຼາດ​ໄດ້. ​ໃນ​ປີ 2012, ຮ່າ​ໂນ້ຍ ສືບ​ຕໍ່​ຍູ້​ແຮງບັ້ນ​ຂົນຂວາຍ​ຊາວ ຫວຽດນາມ​ ​ໃຫ້ບຸລິມະສິດ​ນຳ​ໃຊ້​ສິນ​ຄ້າ ຫວຽດນາມ ຫຼາຍ​ກວ່າ​ອີກ, ​ໃນ​ນັ້ນ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຮັບປະກັນ​ລາຄາ​ສິນຄ້າ​ທີ່​ຈຳ​ເປັນ​ໃຫ້ເປັນ​ປົກກະຕິ, ວາງ​ແຜນ​ຂາຍ​ສິນຄ້າ ຫວຽດນາມ ສູ່​ຊົນນະບົດ ​ແລະ ຈັດ​ງານ​ຕະຫຼາດນັດ​ສິນຄ້າ ຫວຽດນາມ ຢູ່​ບັນດາ​ເມືອງ, ​ເຂດ​ອຸດສາຫະກຳ, ​ເຂດ​ຜະລິດ, ຈັດ​ຕັ້ງ​​​ໂຄງການ​ດຳ​ເນີນ​ງານຕ່າງໆ​ເພື່ອ​ສິດ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ຊົມ​ໃຊ້, ລາຍການ​ໂປ​ຮ​ໂມ​ຊັນ, ສົງ​ເສີມ​ການ​ຄ້າ​ທີ່​ເປັນ​ຈຸດ​ສຸມ​ຂອງ​ນະຄອນ.
ຂ່າວ/ບົດ​ອື່ນ