ບັນດາສຳນັກພິມຈຳໜ່າຍ, ຫົວໜ່ວຍຜະລິດປຶ້ມໄດ້ຈຳໜ່າຍສິ່ງພິມຫຼາຍຢ່າງທີ່ສະຫງວນໃຫ້ເດັກ (baothieunhi.com) |
(vovworld)- ເນື່ອງໃນໂອກາດວັນເດັກສາກົນ 1/6 ແລະ ລະດູແລ້ງປີ 2016, ບັນດາສຳນັກພິມຈຳໜ່າຍ, ຫົວໜ່ວຍຜະລິດປຶ້ມໄດ້ຈຳໜ່າຍສິ່ງພິມຫຼາຍຢ່າງທີ່ສະຫງວນໃຫ້ເດັກ. ມີປຶ້ມວັນນະຄະດີຕ່າງປະເທດທີ່ໂດດເດັ່ນກໍຖືກນຳສະເໜີຕໍ່ຜູ້ອ່ານເນື່ອງໃນໂອກາດນີ້. ທ່ານນາງ ວູ້ກີງລຽນ ຫົວໜ້າຄະນະບັນນາທິການ, ຮອງຜູ້ອຳນວຍການສຳນັກພິມ ກິມດົງ ໃຫ້ຮູ້ວ່າ :
“ ແຜນນະໂຍບາຍຂອງ ສຳນັກພິມແມ່ນຍາມໃດກໍມີຄວາມຫວັງຢາກຊອກຫາບັນດາຫົວເລື່ອງໃໝ່ໃຫ້ແກ່ພວກນ້ອງເຍົາວະຊົນ ກໍຄືຮັກສາຄວາມງາມ, ສຸດຈະລິດ ແລະ ສັດຊື່ບໍລິສຸດໃນບັນດາປຶ້ມອ່ານສຳລັບເດັກ. ພວກຂ້າພະເຈົ້າເຫັນວ່າ ບັນດາບົດປະພັນວັນນະຄະດີໂດຍຖືກແປຈາກພາສາຕ່າງປະເທດ ສ່ວນຫຼາຍໄດ້ດຶງດູດຜູ້ອ່ານໄວເດັກຢ່າງຫຼວງຫຼາຍ ຍ້ອນການຈັດພິມງາມຕາ ແລະ ອຸດົມສົມບູນ, ເນື້ອໃນຂອງບັນດາເລື່ອງລາວກໍປະທັບໃຈ ”
ສ່ວນນາງ ບຸຍທິທູຮົ່ງ ມີລູກເປັນນັກຮຽນປະຖົມໃຫ້ຮູ້ວ່າ :
“ ຄອບຄົວຂ້າພະເຈົ້າເຄີຍແນະນຳໃຫ້ຫຼານອ່ານປຶ້ມທີ່ມີຫົວເລື່ອງກ່ຽວກັບການສຶກສາ, ຍົກຕົວຢ່າງເຊັ່ນ ເລື່ອງລາວສັ້ນ ແຕ່ບົດຮຽນໃຫຍ່. ປຶ້ມປະເພດນີ້ແມ່ນມີຄຸນຄ່າຫຼາຍຢ່າງເພາະພວກລູກຈະສາມາດຖອດຖອນບົດຮຽນຫຼາຍຢ່າງໃຫ້ແກ່ຕົນເອງ ”