ຝົນຕົກໜັກ ແລະ ນ້ຳຖ້ວມໄດ້ເຮັດໃຫ້ 3 ຄົນເສຍຊີວິດ( ໃນນັ້ນ 1 ຄົນຢູ່ແຂວງເຊີນລາ ແລະ 2 ຄົນຢູ່ແຂວງ ລາຍເຈົາ) |
(vovworld)- ໄລ່ຮອດເວລາ 12 ໂມງຂອງວັນທີ 2/8, ຝົນຕົກໜັກ ແລະ ນ້ຳຖ້ວມໄດ້ເຮັດໃຫ້ 3 ຄົນເສຍຊີວິດ( ໃນນັ້ນ 1 ຄົນຢູ່ແຂວງເຊີນລາ ແລະ 2 ຄົນຢູ່ແຂວງ ລາຍເຈົາ) ແລະ ຊາວແຂວງດ້ຽນບຽນ 4 ຄົນຮັບບາດເຈັບ. ຝົນຕົກໜັກ ແລະ ນ້ຳຖ້ວມໄດ້ເຮັດໃຫ້ເຮືອນຊານກວ່າ 200 ຫຼັງຖືກນ້ຳຖ້ວມ; ເນື້ອທີ່ນາ 2.500 ແຮັກຕາ ແລະ ພືດສຳຮອງ 680 ແຮັກຕາຖືກເສຍຫາຍ, ສັດລ້ຽງ 11.500 ກວ່າໂຕຖືກຕາຍ.
ໃນວັນດຽວກັນ, ສູນພະຍາກອນອຸຕຸນິຍົມອຸທົກກະສາດສູນກາງໃຫ້ຮູ້ວ່າ ຝົນຕົກໜັກ ແລະ ນ້ຳຖ້ວມສືບຕໍ່ເກີດຂຶ້ນຢູ່ບັນດາທ້ອງຖິ່ນທາງຕາເວັນອອກພາກເໜືອ. ສະເພາະຢູ່ເມືອງ ຊາປາ, ໃນຊຸມມື້ທີ່ຜ່ານມາ, ໄດ້ເກີດ ຝົນຕົກໜັກ ອັນໄດ້ເຮັດໃຫ້ດິນເຊາະເຈືອນຢູ່ຫຼາຍບ່ອນ. ທ່ານເລເຕີ້ນຟອງ ຮອງປະທານ ຄະນະກຳມະການປະຊາຊົນ ເມືອງຊາປາ ໃຫ້ຮູ້ວ່າ:
“ ຢູ່ທຸກໆບ່ອນທີ່ເປັນອັນຕະລາຍຈະມີດິນເຊາະເຈືອນນັ້ນ, ພວກຂ້າພະເຈົ້າໄດ້ໃຫ້ຍົກຍ້າຍປະຊາຊົນໄປຍັງເຂດປອດໄພ ແຕ່ຄ່ຳຄືນວານນີ້. ລະອຽດແມ່ນ ທາງເມືອງໄດ້ຍົກຍ້າຍ 29 ຄອບຄົວຢູ່ 3 ຕາແສງ ສືປ້ານ, ຈຸງຈາຍ, ບ້ານກວາງ. ມີບາງບ່ອນຖືກເຊາະເຈືອນ ແຕ່ໄດ້ຍົກຍ້າຍປະຊາຊົນ ໄປຍັງເຂດປອດໄພ, ດັ່ງ ນັ້ນບໍ່ມີຜູ້ໃດຖືກເສຍຊີວິດ, ມີພຽງຄອບຄົວໜຶ່ງຖືກເສຍຫາຍດ້ານຊັບສິນເທົ່ານັ້ນ ”