ບັນດາປະເທດ G20 ໃຫ້ຄຳໝັ້ນສັນຍາກະທຳຢ່າງແຮງກວ່າເພື່ອຊຸກຍູ້ການເຕີບໂຕ
(VOVWORLD) -ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ໄດ້ຈັດວາລະປິດກອງປະຊຸມປິດໃນວັນທີ 20 ມີນາ, ຢູ່ນະຄອນຫຼວງ Buenos Aires, ປະເທດອາກຊັງຕິນ.
G20 ໄດ້ຈັດວາລະປິດກອງປະຊຸມປິດໃນວັນທີ 20 ມີນາ
(ພາບ: THX/TTXVN)
|
ຕາມແຈ້ງການຮ່ວມພາຍຫຼັງກອງປະຊຸມ, ບັນດາປະເທດສະມາຊິກໄດ້ເຫັນດີໂດຍຖືວ່າ, ເຖິງເວລາແລ້ວທີ່ຕ້ອງມີການກະທຳເພື່ອຈຳກັດບັນດາຮົ້ວກີດຂວາງສຳລັບການເຕີບໂຕ, ຫຼຸດຜ່ອນການຂາດຄວາມສະເໝີພາບໃນທົ່ວໂລກລົງ ແລະ ຍູ້ບັນດາໄພອັນຕະລາຍສຳລັບເສດຖະກິດໂລກໃຫ້ຖອຍໄປ. ບັນດາປະເທດກໍ່ຊີ້ໃຫ້ເຫັນ ບົດບາດຂອງການຄ້າສາກົນ ແລະ ການລົງທຶນຄືດັ່ງບັນດາກຳລັງໜູນທີ່ສຳຄັນສຳລັບວິວັດການເຕີບໂຕ, ສະມັດຕະພາບ, ການສ້າງວຽກເຮັດງານທຳ ແລະ ການພັດທະນາລວມ.
ກອງປະຊຸມກໍ່ສະແດງຄວາມວິຕົກກັງວົນກ່ຽວກັບລັດທິອາລັກຂາ ແລະ ປຶກສາຫາລືກ່ຽວກັບລະບົບການຄ້າທົ່ວໂລກທີ່ກວ້າງໃຫຍ່ ໂດຍອີງໃສ່ບັນດາມາດຕະຖານສາກົນ. ກຸ່ມ G20 ກໍ່ຫວັງວ່າ ຈະມີການເຂົ້າຮ່ວມຢ່າງໃຫຍ່ຫຼວງກວ່າຂອງບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ ແລະ ບັນດາປະເທດພວມພັດທະນາໃນກອງປະຊຸມລະດູບານໃໝ່ປີ 2019 ຂອງກອງທຶນເງິນຕາສາກົນ.