ປີ 2013, ຍອດວົງເງິນ ສົ່ງອອກສິນໃນນ້ຳ ອາດຈະລື່ນກ່າຍ 6,5 ຕຶ້ USD
(ພາບປະກອບ)
(vovworld) – ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP), ການສົ່ງອອກສິນໃນນ້ຳ ຫວຽດນາມ ໃນ ເດືອນ 10/2013 ໄດ້ບັນລຸລະດັບສະຖິຕິຄື 776 ລ້ານ USD, ເພີ່ມຂຶ້ນເກືອບ 30% ເມື່ອທຽບກັບໄລຍະດຽວກັນຂອງປີ 2012, ອັນໄດ້ຍົກຍອດວົງເງິນການສົ່ງອອກສິນໃນນ້ຳນັບແຕ່ຕົ້ນປີມາຮອດປະຈຸບັນບັນລຸໄດ້ກວ່າ 5,4ຕຶ້ USD,ເພີ່ມຂຶ້ນ 7,2% ເມື່ອທຽບກັບໄລຍະດຽວກັນຂອງປີ 2012. VASEP ຄາດວ່າ, ຍອດວົງເງິນສົ່ງອອກສິນໃນນ້ຳຂອງທັງປະເທດໃນປີ 2013 ອາດຈະບັນລຸໄດ້ກວ່າ 6,5ຕຶ້ USD, ເພີ່ມຂຶ້ນ 5% ເມື່ອທຽບກັບປີ 2012. ໃນໄລຍະຜ່ານມາ, ບັນດາວິສາຫະກິດ ປຸງແຕ່ງ ແລະ ສົ່ງອອກ ກຸ້ງ ຫວຽດນາມໄດ້ມານະພະຍາຍາມຊອກຫາມາດຕະການນຳເຂົ້າວັດຖຸດິບຮັບໃຊ້ການປຸງແຕ່ງ, ສົ່ງອອກເພື່ຶອຕອບສະໜອງຄວາມຕ້ອງການຕໍ່ໜ້າສະພາບການຂາດແຄນແຫຼ່ງກຸ້ງໃນຕະຫຼາດໂລກ.