ປີ2013, ການສົ່ງອອກກຸ້ງຂອງຫວຽດນາມບັນລຸ 2,8 ຕື້ USD

ປີ2013, ການສົ່ງອອກກຸ້ງຂອງຫວຽດນາມບັນລຸ 2,8 ຕື້ USD - ảnh 1
ພາບປະກອບ:internet


(vovworld)- ຕາມ​ການ​ສະຖິຕິ​ແລ້ວ, ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນຳ້​ຂອງ​ຫວຽດນາມ​ໃນ​ເດືອນ 11 ຄາດ​ວ່າ​ບັນລຸ 684 ລ້ານ USD, ນຳ​ວົງ​ເງິນ​ສົ່ງ​ອອກ 11 ​ເດືອນ​ຂອງ​ປີ 2013 ບັນລຸ​ກວ່າ 6 ຕື້ USD, ​ເພີ່ມ​ຂຶ້ນ​ກວ່າ 9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນຳ້ ຫວຽດນາມ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ດ້ວຍ​ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ສິນ​​ໃນ​ນຳ້​ຄື​ປະຈຸ​ບັນ, ປີ 2013, ການ​ສົ່ງ​ອອກ​ສິນ​ໃນ​ນຳ້ຂອງ​ຫວຽດນາມ​ອາດ​ຈະ​ບັນລຸ 6, 5 ຕື້ USD, ​ເພີ່ມ​ຂຶ້ນ 5% ​ເມື່ອ​ທຽບ​ໃສ່​ປີ 2012, ​ໃນ​ນັ້ນ ​ການ​ສົ່ງ​ອອກ​ກຸ້ງ​ຄາດ​ວ່າ​ບັນລຸ 2,8 ຕື້ USD.

ຂ່າວ/ບົດ​ອື່ນ