ປີ2020,ພົນລະເມືອງ ຫວຽດນາມ90%ໃຫ້ບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ
ທ່ານ ຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(vovworld) – ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ”, ຄວາມລຶ້ງເຄີຍຊົມໃຊ້ຂອງຊາວ ຫວຽດນາມ ໄດ້ປ່ຽນແປງແລ້ວ. ສິນຄ້າຜະລິດພາຍໃນປະເທດ ໄດ້ ແລະ ພວມແທນທີໃຫ້ສິນຄ້າຈາກຕ່າງປະເທດ. ຮອດປີ 2020, ພົນລະເມືອງ ຫວຽດນາມ 90% ບຸລິມະສິດຊົມໃຊ້ ສິນຄ້າ ຫວຽດນາມ ມີຄຸນນະພາບ. ນັ້ນແມ່ນຂໍ້ສັງເກດທີ່ໄດ້ຍົກອອກມາທີ່ກອງປະຊຸມສະຫລຸບ 5 ປີແຫ່ງການຜັນຂະຫຍາບັ້ນຂົນຂວາຍ “ຊາວ ຫວຽດນາມ ບຸລິມິດສິດ ນຳໃຊ້ສິນຄ້າ ຫວຽດນາມ” ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 11/10, ຢູ່ຮ່າໂນ້ຍ. ຕາມການສະຖິຕິແລ້ວ, 92% ຜູ້ບໍລິໂພກອຸປະໂພກໄດ້ຖາມ “ເອົາໃຈໃສ່ເປັນພິເສດ” ແລະ “ເອົາໃຈໃສ່” ເຖິງການຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ”, 63% ຢັ້ງຢືນເລືອກເຟັ້ນສິນຄ້າ ຫວຽດນາມ ມີຄຸນນະພາບໃນການບໍລິໂພກອຸປະໂພກ. ທ່ານລັດຖະມົນຕີກະຊວງແຜນການ - ການລົງທຶນ ຫວຽດນາມ ຫວູຮູຍຮ່ວາງ, ຖືວ່າ:
“ໃນໄລຍະຈະມາເຖິງ, ໜຶ່ງໃນບັນດາມາດຕະການເຊິ່ງວະສາຫະກິດ ຫວຽດນາມ ໄດ້ຄິດເຖິງເພື່ອຜະລິດຕະພັນ, ສິນຄ້າໄດ້ສົ່ງເຖິງຜູ້ອຸປະໂພກບໍລິໂພກຢ່າງໄວທີ່ສຸດ. ນັ້ນແມ່ນຕ້ອງເອົາໃຈໃສ່ເຖິງລະບົບຈຳໜ່າຍຂອງຕົນ ແລະ ມີການສົມທົບກັນຢ່າງແໜ້ນແຟ້ນກັບລະບົບຈຳໜ່າຍຂອງບັນດາວິສາຫະກິດອື່ນກ່ວາອີກ”