ປິດຊຸດບໍາລຸງສ້າງ ກ່ຽວກັບການອັບເດດຄວາມຮູ້ ໃຫ້ແກ່ບັນດາກໍາມະການສູນກາງພັກ

(VOVWORLD) -ຕອນເຊົ້າວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງສູນກາງພັກ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດບໍາລຸງສ້າງກ່ຽວກັບການອັບເດດຄວາມຮູ້ ໃຫ້ແກ່ບັນດາກໍາມະການສູູນກາງພັກກອມມູນິດຫວຽດນາມ ຊຸດທີ 12 - ຊຸດຮຽນທີສອງ ປີ 2018.

ປິດຊຸດບໍາລຸງສ້າງ ກ່ຽວກັບການອັບເດດຄວາມຮູ້ ໃຫ້ແກ່ບັນດາກໍາມະການສູນກາງພັກ - ảnh 1 ທ່ານ ເຈິ່ນກັວກເວື້ອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາສູນກາງພັກ ກ່າວຄໍາເຫັນທີ່ພິທີ

(ພາບ: Phuong Hoa/TTXVN)

ເຂົ້າຮ່ວມພິທີ ມີ ທ່ານ ເຈິ່ນກັວກເວື້ອງ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະເລຂາສູນກາງພັກ ແລະ ທ່ານຟ້າມມິງຈິງ, ກໍາມະການກົມການເມືອງ, ຫົວໜ້າຄະນະຈັດຕັ້ງສູນກາງພັກ.

        ກ່າວຄໍາເຫັນທີ່ພິທີ, ທ່ານ ເຈິ່ນກັວກເວື້ອງ ໃຫ້ຮູ້ວ່າ ດ້ວຍນໍ້າໃຈຮັບຜິດຊອບສູງ ແລະ ການຮໍ່າຮຽນທີ່ເຂັ້ມງວດ, ຊຸດບໍາລຸງສ້າງທີ 2 ກ່ຽວກັບການອັບເດດຄວາມຮູ້ສໍາລັບບັນດາກໍາມະການ ຄະນະບໍລິຫານງານສູນກາງພັກ ຊຸດທີ 12 ໄດ້ປະຕິບັດສໍາເລັດຕາມເນື້ອໃນ, ຫຼັກສູດທີ່ໄດ້ວາງອອກ ສໍາລັບສໍາມະນາກອນ 87 ຄົນ ເປັນຢ່າງດີ. ທ່ານ ເຈິ່ນກັວກເວື້ອງ ສະເໜີວ່າ ດ້ວຍບັນດາຂໍ້ມູນຂ່າວສານ, ຄວາມຮູ້ທີ່ໄດ້ຮຽນມາຈາກຊຸດບໍາລຸງສ້າງຄັ້ງນີ້, ສໍາມະນາກອນທຸກຄົນ ຈົ່ງເອົາໄປນໍາໃຊ້ໃຫ້ເປັນການທໍາຢ່າງລະອຽດ ໃນວິວັດການຊີ້ນໍາ, ນໍາພາ, ຜັນຂະຫຍາຍປະຕິບັດບັນດາໜ້າທີ່ຢູ່ທ້ອງຖິ່ນ ແລະ ຫົວໜ່ວຍຂອງຕົນ. ພ້ອມທັງ, ສູ້ຊົນປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາຂະແໜງ ແລະ ທ້ອງຖິ່ນໃນເຄິ່ງອາຍຸການທີ່ຍັງເຫຼືອໄດ້ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ