ປະກາດບັນດາເຫດການ20ປີແຫ່ງລາງວັນຄຸນນະພາບລະດັບຊາດ

ປະກາດບັນດາເຫດການ20ປີແຫ່ງລາງວັນຄຸນນະພາບລະດັບຊາດ - ảnh 1
ປະກາດບັນດາເຫດການ20ປີແຫ່ງລາງວັນຄຸນນະພາບລະດັບຊາດ
(ພາບ: nhandan)


(vovworld) –​ ​​ ​​​ຕອນ​ບ່າຍ​ວັນ​ທີ 05/01, ຢູ່​ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊ​ີ ໄດ້​ຈັດ​ພິ​ທີ​ປະ​ກາດ​ບັນ​ດ​າ​ເຫດ​ການ “20 ປີ​ແຫ່ງ​ລາງວັນ​ຄຸນ​ນະ​ພາບ​​ລ​ະ​ດັບ​ຊາດ” (1996 - 2016). ກ່່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຊີ ຫງວ​ຽນ​ກວນ ໃຫ້​ຮ​ູ້​ວ່າ, ວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຊີ ຈະ​ມີ​​ພະ​ລັງ​ຊີ​ວິດ ແລະ ​ແຜ່​ຂະ​ຫຍາຍຢ່າງກວ້າງ​ແຂ​ວງ ເມື່ອ​ໄດ້​ນຳ​ໃຊ້​​ໃນ​ພາກຕົວ​ຈິງ, ພິ​ເສດ​ແມ່ນ​ນຳ​ໃຊ້​ເຂົ້າ​ໃນ​ວິ​ສາ​ຫະ​ກິດ. ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ​ແມ່ນ​ບັນ​ຫາ​ເປັນ​ຕາຍ​ຂອງວິ​ສາ​ຫະ​ກິດ ແລະ ແມ່ນ​ບັນ​ຫາ​ແກ່ນ​ສານ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ສະ​ພາບ​ຄື​ປະ​ຈຸ​ບັ​ນ.

      ລາງວັນ​ຄຸນ​ນະ​ພາບ​ຫວຽດ​ນ​າມ ໂດຍ​ກະ​ຊວງວິ​ທະ​ຍາ​ສາດ ແລ​ະ ເຕັກ​ໂນ​ໂລ​ຊີ ຈັດ​ຕັ້ງປະ​ຈຳ​ປີ, ເພື່ອ​ແນ​ໃສ່​ພິ​ຈາ​ລະ​ນາ, ຕີ​ລາ​ຄາ ແລະ ມອບ​ບັນ​ດາ​ຂອງ​ຂວັນ​ໃຫ້​ວິ​ສາ​ຫະ​ກິດ​ບັນ​ລຸ​ຜົນ​ງານ​​ທີ່​ພົ້ນ​ເດັ່ນ ໃນ​ການ​ປັບ​ປຸງ, ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ການ​ເ​ຄື່ອນ​ໄຫວ, ປະ​ກອບ​ສ່ວນ​ດີ​ພໍ​ສົມ​ຄວນ​ໃຫ​້​ຂະ​ບວນ​ການ​ສ້າງ​ສະ​ມັດ​ຕະ​ພາບ - ຄຸນ​ນະ​ພາບ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ