ປະດັບຫຼຽນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດຈີນປະຈຳຫວຽດນາມ
ທ່ານ ຂຸງແຊວນເຢົາ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ຫວຽດນາມ
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 3/4, ຢູ່ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວູ້ຊວນຮົ່ງ ໄດ້ປະດັບຫຼຽນທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ“ ໃຫ້ທ່ານ ຂຸງແຊວນເຢົາ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ຫວຽດນາມ.
ທ່ານປະທານ ຫວູ້ຊວນຮົ່ງ ຢືນຢັນວ່າຫຼຽນທີ່ລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ“ ແມ່ນລາງວັນເພື່ອຍ້ອງຍໍສັນລະເສີນການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ຂຸງແຊວນເຢົາ ໃນການຊຸກຍູ້ສາຍພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ຈີນ ແລະ ເນື່ອງໃນໂອກາດທ່ານເອກອັກຄະລັດຖະທູດສິ້ນສຸດໜ້າທີ່ການທູດຢູ່ ຫວຽດນາມ ຢ່າງຈົບງາມ.
ເມື່ອແບ່ງປັນຄວາມຮູ້ສຶກທີ່ດີງາມໃນໄລຍະປະຕິບັດງານຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຂຸງແຊວນເຢົາ ຢືນຢັນວ່າ: ໃນໄລຍະຈະມາເຖີງ, ເຖີງວ່າຈະຢູ່ໃສ, ດຳລົງຕຳ່ແໜ່ງໃດ, ທ່ານເອກອັກຄະລັດຖະທູດຈະສືບຕໍ່ປະກອບສ່ວນໃຫ້ແກ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ຈີນ.