ປະທານຄະນະກຳມະການສູນກາງແນວຮົມປະເທດຊາດຫວຽດນາມເຮັດວຽກກັບສະຫະພັນບັນດາອົງການມິດຕະພາບຫວຽດນາມ
ທ່ານປະທານຄະນະກຳມະການສູນກາງແນວຮົມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ
(ພາບປະກອບ)
(vovworld)- ວັນທີ 11/8, ຢູ່ຮ່າໂນ້ຍ, ເມື່ອເຮັດວຽກ ກັບ ສະຫະພັນ ບັນດາອົງການມິດຕະພາບຫວຽດນາມ ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວຮົມປະເທດຊາດ ຫວຽດນາມ ໄດ້ຢັ້ງຢືນເຖິງຄວາມຈຳເປັນ ຕ້ອງ ເພີ່ມທະວີວຽກງານການຕ່າງປະເທດປະຊາຊົນ. ທ່ານ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ ໃນສະພາບໂລກມີການຫັນປ່ຽນຢ່າງໄວ, ສັບສົນ, ການຍູ້ແຮງ, ເສີມຂະຫຍາຍບັນດາເຄື່ອນໄຫວສັນຕິພາບ, ສາມັກຄີ, ມິດຕະພາບ ແລະ ການຮ່ວມມື ລະຫວ່າງ ປະຊາຊົນ ຫວຽດນາມ ກັບ ປະຊາຊົນບັນດາປະເທດ ໃນພາກພື້ນ ແລະ ໃນໂລກ ຄວນສືບຕໍ່ເສີມຂະຫຍາຍ. ທ່ານ ຫງວຽນທ້ຽນເຍີນ ກໍໃຫ້ຄຳເຫັນກ່ຽວກັບລາຍການສົມທົບ ເພື່ອເພີ່ມທະວີວຽກງານການຕ່າງປະເທດປະຊາຊົນ ໃນສະພາບການໃໝ່ ລະຫວ່າງ 3 ອົງການແມ່ນ ແນວຮົມປະເທດຊາດ ຫວຽດນາມ, ສະຫະພັນ ບັນດາອົງການມິດຕະພາບ ແລະ ກະຊວງການຕ່າງປະເທດ.