ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຕ້ອນ
ຮັບເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ
|
(vovworld) – ຕອນບ່າຍວັນທີ 2/2, ທີ່ການຕ້ອນຮັບທ່ານນາງ Shrimati Preeti Saran, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ, ທ່ານປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ໄດ້ແຈ້ງໃຫ້ທ່ານນາງ Shrimati Preeti Saran ຊາບກ່ຽວກັບການຢ້ຽມຢາມມິດຕະພາບຂອງຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມ ຢູ່ ສ. ອິນເດຍ ໃນເດືອນ 3 ຈະມາເຖິງ. ໃນລາຍການເຮັດວຽກ, ຄະນະຫວັງວ່າຈະໄດ້ເຂົ້າຢ້ຽມຂ່ຳນັບກັບນາຍົກລັດຖະມົນຕີ ອິນເດຍ, ຢ້ຽມຢາມ ແລະ ເຮັດວຽກກັບສະພາພົວພັນແລກປ່ຽນວັດທະນະທຳ ແລະ ຫ້ອງການການຄ້າອຸດສາຫະກຳ ອິນເດຍ, ຮັບຟັງແຜນຮ່າງກໍ່ສ້າງນະຄອນສະຫຼາດ 100 ແຫ່ງ, ບົດຮຽນເພື່ອຮັກສາວັດທະນະທຳທີ່ເປັນມູນເຊື້ອຢູ່ ອິນເດຍ.
ທີ່ການຕ້ອນຮັບ, ທ່ານນາງ Shrimati Preeti Saran ຫວັງວ່າ: ການພົວພັນ ຫວຽດນາມ - ອິນເດຍ ນັບມື້ນັບພັດທະນາ ແລະ ໃຫ້ຮູ້ວ່າ: ຈະຈັດລາຍການຢ່າງເໝາະສົມເພື່ອໃຫ້ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢູ່ ອິນເດຍ ບັນລຸຜົນສຳເລັດຢ່າງຈົບງາມ.