ທ່ານປະທານປະເທດ ເຈືອງເຕີນຊາງ ແລະ
ທ່ານເອກອັກຄະລັດຖະທູດ Iraq
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນບ່າຍວັນທີ 21/3, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບທ່ານ Faris Al-Ani, ເອກອັກຄະລັດຖະທູດ Iraq ປະຈຳຫວຽດນາມເຂົ້າຢ້ຽມອຳລາ. ທ່ານປະທານປະເທດຖືວ່າ: 2 ປະເທດເພີ່ມທະວີການພົວພັນຂັ້ນສູງ, ແລະມີການຮ່ວມມືຢ່າງແໜ້ນແຟ້ນເພື່ອຊອກຫາມາດຕະການຍົກວົງເງິນການຄ້າ 2 ຝ່າຍຂຶ້ນ. ທ່ານປະທານປະເທດ ເຈືອງເຕີນຊາງ ຫວັງວ່າຝ່າຍ Iraq ຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາວິສາຫະກິດຫວຽດນາມ, ພິເສດແມ່ນໃນຂົງເຂດນ້ຳມັນອາຍແກດເຄື່ອນໄຫວຢ່າງມີປະສິດທິຜົນຢູ່ Iraq. ທ່ານປະທານປະເທດ ສະເໜີໃຫ້ລັດຖະບານ ແລະ ກະຊວງການຕ່າງປະເທດ Iraq ສືບຕໍ່ໜູນຊ່ວຍຫວຽດນາມ ຟື້ນຟູການເຄື່ອນໄຫວຂອງສະຖານທູດຫວຽດນາມປະຈຳ Bagdad ໂດຍໄວ.
ທ່ານ Faris Al-Ani ຢືນຢັນວ່າ: Iraq ສະໜັບສະໜູນຫວຽດນາມ ເປີດສະຖານທູດຫວຽດນາມ ປະຈຳ Bagdad ຄືນໃໝ່ໂດຍໄວ, ປະກອບສ່ວນສ້າງຂົວເຊື່ອມຕໍ່ການພົວພັນລະຫວ່າງ 2 ປະເທດ.