ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ

ປະທານປະເທດເຈືອງເຕີນຊາງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ​ໄດ້​ຈັດ​ຕັ້ງ​ໃນ​ຕອນ​ຄ່ຳ​ວັນ​ທີ 14/11
(ພາບ: NGUYỄN KHANG/TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 13/11, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ໄດ້​ຈັ້​ດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄູ​ແຫ່ງ​ຊາດ ແລະ ມອບ​ນາມ​ມະ​ຍົດ​ຄູ​​ປະ​ຊາ​ຊົນ, ຄູ​​ດີ​ເດັ່ນ​ປີ 2014.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈືອງ​ເຕີນ​ຊາງ ເນັ້ນ​ໜັກ​ວ່າ: “ເຄົາ​ລົບ​ຄູ​, ເຄົາ​ລົບ​ຄຸນ​ນະ​ທາດ” ແມ່ນ​ມູນ​ເຊື້ອ​ອັ​ນ​ດີ​ງາມ, ແມ່ນ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ, ເພີ່ມ​ພູນ​ຄູນ​ສ້າງ ແລະ ໄດ້​ຮັບ​ການສືບ​ທອດ​ຜ່ານ​ລຸ້ນ​ຕ່າງໆ, ປະ​ກອບ​ສ່ວນ​ສ້າງ​ພື້ນ​ຖານ​ອະ​ລິ​ຍະ​ທຳ ຫວ​ຽດ​ນາມ ນັບ​ພັນ​ປີ. ເພື່ອ​ສືບ​ທອດ​ມູນ​ເຊື້ອນັ້ນ, ພັກ ແລະ ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ສຶກ​ສາ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ​ອັນ​ດັບ​ໜຶ່ງ, ​ແມ່ນກຳ​ລັງ​ໜູນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ, ຖື​ບົດ​ບາດ​​ທີ່​ຕັ້ງຂອງ​ຄູ​ອາ​ຈານ​ເປັ​ນ​ສຳ​ຄັນ.

        ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ພາ​ລະ​ກິດ​ສຶກ​ສາ​ໃນ​ພາ​ລະ​ກິດ​ປ່ຽນ​ໃໝ່, ກໍ່​ສ້າງ​ປະ​ເທດ​ຊາດ​ກ່​ວາ​ອີກ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ເນັ້​ນ​ໜັກ​ວ່າ:

        “ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິເສດ​​ເຖິງ​ການ​ຊີ້​ນຳ​ວຽກ​ງານ​ພັດ​ທະ​ນາ​ຖັນ​ແຖວ​ຄູ​ອາ​ຈານ ແລະ ພະ​ນັກ​ງານ​ຄ​ຸ້ມ​ຄອງໃຫ້ມີ​ປະ​ສິດ​ທິ​ຜົນ​ກ່​ວາ​ອີກ, ເບິ່ງ​ແຍງ​ດູ​ແລ ຍົກ​ສູງ​ຄຸນ​ນະ​ທາ​ດ​ດ້າ​ນ​ການ​ເມືອງ, ຄຸນ​ສົມ​ບັດ, ລະ​ດັບ​ວິ​ຊາ​ສະ​ເພາະຂອງ​ຄູ​ອາ​ຈານ, ​ວິ​ຊາ​ການ​ຂອງ​ຄູ​ອາ​ຈານເພື່ອ​ຄູ​ອາ​ຈານ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ຮູ້ ແລະ ຄຸນ​ນະ​ທາດ, ແມ່ນ​ຜູ້​ສົ່ງ​ຄວາມ​ເມົາ​ມົວ​ຮ່ຳ​ຮຽນ, ​ເຖິງ​ນັກ​ຮຽນ, ເປັນ​ຜູ້ຊອກ​ຮູ້, ຄົ້ນ​ຫາ​ຄວາມ​ຮູ້... ມີ​ຖັນ​ແຖວ​​ຄູ​ອາ​ຈານ​ຄື​ແນວນັ້ນ​ຈະ​ແມ່ນ​ບັນ​ດາ​ປັດ​ໄຈ​ຕັດ​ສິນ​ຊ​ີ້​ຂາ​ດ​​ຊ່ວຍໃຫ້​ຂະ​ແໜງ​ປະ​ຕິ​ບັດ​ໜ້າ​ທີ່​ປ່ຽນ​ໃໝ່​​ການ​ສຶກ​ສາ​ໂດຍພື້ນ​ຖານ, ຮອບ​ດ້ານ​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ.”

        ເນື່ອງ​ໃນ​ໂອ​ກາດ​ນີ້, ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ໄດ້​ມອບ​ນາມ​ມະ​ຍົດຄູ​ອາ​ຈານ​ປະ​ຊາ​ຊົນ​ໃຫ້ 39 ຄົນ​ ແລະ ​ນາມ​ມະ​ຍົດ​ຄູ​​ດີ​ເດັ່ນໃຫ້ 680 ຄົນ​.


ຂ່າວ/ບົດ​ອື່ນ