ປະທານາທິບໍດີYemenບໍ່ເຂົ້າຮ່ວມການເຈລະຈາສັນຕິພາບຢູ່ເຊີແນວ
ບັນດາມືປືນສະໜັບສະໜູນທ່ານ Hadi ຍິງລູກຈະຫຼວດໃສ່ທະຫານ
ກະບົດ Houthi
(ພາບ: AFP/TTXVN)
|
(vovworld) – ວັນທີ 23/5, ໂຄສົກລັດຖະບານ Yemen Rageh Badi ປະກາດວ່າ: ປະທານາທິບໍດີ ປະເທດນີ້ທ່ານ Abed Rabbo Mansour Hadi ຈະບໍ່ເຂົ້າຮ່ວມການເຈລະຈາສັນຕິພາບຊຶ່ງຄາດວ່າຈະດຳເນີນໄປໃນວັນທີ 28/5 ຈະມາເຖິງຢູ່ ເຊີແນວ, ປະເທດ ສະວິດ. ທ່ານ Badi ຊີ້ແຈ້ງສາຍເຫດແມ່ນຍ້ອນຄວາມສະຫງົບຂອງປະເທດນີ້ ແລະ ທະຫານກະບົດ Houthi ບໍ່ຕອບສະໜອງເງື່ອນໄຂຕັດສິນຊີ້ຂາດຂອງລັດຖະບານ Yemen ແມ່ນຖອນອອກຈາກບັນດາເທດສະບານ ແລະ ນະຄອນພວມຢືດຄອງ - ໃນນັ້ນມີນະຄອນຫຼວງ Sanaa. ໃນຈົດໝາຍສະບັບໜຶ່ງຝາກເຖິງທ່ານເລຂາທິການໃຫຍ່ ສປຊ Ban Ki – moon, ທ່ານປະທານາທິບໍດີ Hadi ໄດ້ຢັ້ງຢືນຄືນໃໝ່ເງື່ອນໄຂນີ້ເມື່ອຮຽກຮ້ອງເລື່ອງປະຕິບັດຢ່າງຄົບຖ້ວນ ມະຕິ 2216 ຂອງສະພາຄວາມໝັ້ນຄົງ ສປຊ, ໃນນັ້ນຮຽກຮ້ອງໃຫ້ທະຫານກະບົດ Houthi ຖອນອອກຈາກບັນດາເຂດດິນແດນພວມຢືດຄອງ ແລະ ມອບສົ່ງອາວຸດທີ່ເອົາມາຈາກກອງທັບ ແລະ ບັນດາສຳນັກງານອຳນາດການປົກຄອງອື່ນໆອີກດ້ວຍ.