ປະທານາທີບໍດີຟິລິບປິນຢ້ຽມຢາມສ.ເກົາຫຼີເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ

(VOVWORLD) -ທ່ານປະທານາທິບໍດີຟິລິບປິນ Rodrigo Duterte ໃຫ້ຮູ້ວ່າ, ທ່ານຈະປຶກສາຫລືບັນດາບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຄ້າກັບທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໃນການຢ້ຽມຢາມເຖິງເຊີອູນ ໃນອາທິດຈະມາເຖິງ.

ປະທານາທີບໍດີຟິລິບປິນຢ້ຽມຢາມສ.ເກົາຫຼີເພື່ອຊຸກຍູ້ການພົວພັນດ້ານປ້ອງກັນຊາດ,ປ້ອງກັນຄວາມສະຫງົບ - ảnh 1ທ່ານປະທານາທິບໍດີຟິລິບປິນ Rodrigo Duterte

(ພາບ: YONHAP/TTXVN)

ກ່າວຄຳເຫັນໃນວັນທີ 03 ມິຖຸນາ, ກ່ອນການເດີນທາງໄປຢ້ຽມຢາມສ.ເກົາຫຼີ, ທ່ານປະທານາທິບໍດີ Duterte ໃຫ້ຮູ້ວ່າ, ຄາດວ່າທ່ານຈະປຶກສາຫາລືຫຼາຍບັນຫາກັບຄູ່ຕຳແໜ່ງສ.ເກົາຫຼີ ທີ່ການພົບປະໃນວັນທີ 04 ມີຖຸນາ, ລວມທັງບັນດາມາດຕະການເພື່ອແນໃສ່ປັບປຸງການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຄ້າ 2 ຝ່າຍ, ການລົງທຶນໃນຂົງເຂດພື້ນຖານໂຄງລ່າງ, ທ່ອງທ່ຽວ… ໃຫ້ຫຼາຍກວ່າອີກ. ຕາມທ່ານ Duterte ແລ້ວ, ໃນບັນດາການເຈລະຈາ ກັບທ່ານປະທານາທິບໍດີສ.ເກົາຫຼີ, ທ່ານຈະຊອກຮູ້ບັນດາສິ່ງທ້າທາຍເພື່ອນຳການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ