ປະທານາທິບໍດີຢູແກຼນຖະແຫຼງຫາສຽງເລືອກຕັ້ງຄືນໃໝ່

(VOVWORLD) -ວັນທີ 29 ມັງກອນ, ທ່ານປະທານາທິບໍດີຢູແກຼນ Petro Poroshenko ໄດ້ລົງຫາສຽງເລືອກຕັ້ງຢ່າງເປັນທາງການ ໃນການເລືອກຕັ້ງປະທານາທິບໍດີ ໃນເດືອນ ມີນາ ຈະມາເຖິງ. 

ກ່າວຄຳເຫັນຕໍ່ໜ້າຜູ້ເຂົ້າຮ່ວມເວທີປາໄສໜຶ່ງຢູ່ ກິແອບ ປະມານ 1.000 ຄົນ, ທ່ານປະທານາທິບໍດີ Petro Poroshenko ໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງມອບສິດໃຫ້ທ່ານໄດ້ດຳລົງຕຳແໜ່ງເປັນປະທານາທິບໍດີອາຍຸການໜຶ່ງຕື່ມອີກ ເພື່ອສືບຕໍ່ “ຮັບປະກັນວິວັດທະນາການເຊື່ອມໂຍງເຂົ້າກັບເອີລົບ ແລະ ມະຫາສະມຸດອັດລັງຕິກ, ຮັບປະກັນພື້ນຖານສັນຕິພາບ ແລະ ຟື້ນຟູຜືນແຜ່ນດິນ ຢູແກຼນ ຢ່າງຄົບຖ້ວນ”. ພ້ອມກັນນັ້ນ, ການນຳຜູ້ນີ້ກໍ່ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງສ້າງການພົວພັນສັນຕິພາບກັບລັດເຊຍ.

        ບັ້ນຂົນຂວາຍຫາສຽງເລືອກຕັ້ງປະທານາທິບໍດີຢູແກຼນ ໄດ້ເລີ່ມຕົ້ນແຕ່ວັນທີ 31 ທັນວາ 2018 ຢ່າງເປັນທາງການ. ຕາມກົດໝາຍແລ້ວ, ບັ້ນຂົນຂວາຍຫາສຽງເລືອກຕັ້ງຕ້ອງເລີ່ມປະຕິບັດກ່ອນວັນເລືອກຕັ້ງເປັນເວລາ 3 ເດືອນ, ເຊິ່ງຄາດວ່າຈະດຳເນີນໃນວັນທີ 31 ມີນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ