ປະທານາທິບໍດີລັດເຊຍ ຢ້ຽມຢາມຕາເວັນ ອອກກາງ

ປະທານາທິບໍດີລັດເຊຍ ຢ້ຽມຢາມຕາເວັນ ອອກກາງ - ảnh 1

ປະ​ເທດອິດສະຣາ​ແອນ

(ພາບ:dulichsenvang.vn)​

( vovworld ) –  ​ໃນ​ລະຫວ່າງ​ວັນ​ທີ 24-25/6, ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ເດີນທາງ​ໄປຢ້ຽມຢາມ​ຕາ​ເວັນ​ອອກ​ກາງ ຊື່​ງລວມມີ​ອິດສະຣາ​ແອນ, ປາ​ແລດ​ສະຕີ​ນ ​ແລະ ຈໍ​ແດນ ​ເພື່ອ​ແນ່​ໃສ່​ປຶ​ກສາ​ຫາລື​​ສະພາບ​ການ​ຢູ່​ຊີຣີ ​ແລະ ອີຣານ ກໍ່​ຄື​ແງ່​ຫວັງ​ແຫ່ງ​ການ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ການ​ປະ​ທະ​ກັນ​ລະຫວ່າງ ອິດສະຣາ​ແອນ-ປາ​ແລດ​ສະຕີ​ນ. ປະ​ເທດ​ທຳ​ອິດ​ທີ່ປະທານາທິບໍດີ​ລັດ​ເຊຍ V.Putin ​​ໄປ​ຢ້ຽມຢາມ​ແມ່ນອິດສະຣາ​ແອນ. ຫົວ​ເລື່ອງ​ການ​ປຶກສາ​ຫາລື​ຄັ້ງນີ້​ລະຫວ່າງ ປະທານາທິບໍດີ​ລັດ​ເຊຍ V.Putin ​ແລະ ນາຍົກລັດຖະມົນຕີອິດສະຣາ​ແອນ Benyamin Netaniahu ​ແມ່ນ​ການ​ເຈລະຈາ​ດ້ານ​ການ​ເມືອງ ​ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ ​ແລະ ​ເຕັກ​ໂນ​ໂລ​ຊີ​ສູງ, ສະພາບ​ການ​ຢູ່​ຊີຣີ ​ແລະ ​ໂຄງກາ​ນນິວ​ເຄຼຍຂອງ​ອີຣານ ກໍ່​ຄື​ວິວັດທະນາ​ການ​​ເຈລະຈາ​ລະຫວ່າງອິດສະຣາ​ແອນ-ປາ​ແລດ​ສະຕີ​ນ. ພາຍຫລັງ​ໄປ​ຢ້ຽມຢາມອິດສະຣາ​ແອນ, ປະທານາທິບໍດີ​ລັດ​ເຊຍ ຈະ​ໄປ​ຢ້ຽມຢາມ ປາ​ແລດ​ສະຕີ​ນ ​ແລະ ຈໍ​ແດນ.

 

 

 

ຂ່າວ/ບົດ​ອື່ນ