(vovworld) – ປະທານາທິບໍດີສ.ເກົາຫຼີຮຽກຮ້ອງໂອ້ລົມສົນທະນາເປັນປະຈຳກັບສປປ.ເກົາຫຼີ - ວັນທີ 6/10, ທ່ານນາງປະທານາທິບໍດີ ສ. ເກົາຫຼີ Park Geun – hye ໄດ້ຍົກອອກຂໍ້ສະເໜີດັ່ງກ່າວເມື່ອຄະນະປະຕິບັດງານຂອງ ສປປ ເກົາຫຼີ ພົບປະກັບບັນດາເຈົ້າໜ້າທີ່ ສ. ເກົາຫຼີ ໃນທ້າຍອາທິດນີ້ ໄດ້ເຫັນດີເປັນເອກະສັນຈັດຕັ້ງຮອບເຈລະຈາຂັ້ນສູງລະຫວ່າງ 2 ພາກເກົາຫຼີ ຄັ້ງທີ 2.
ທ່ານນາງ Park Geun – hye ໃຫ້ຮູ້ວ່າ: 2 ຝ່າຍຄວນມານະພະຍາຍາມເປີດຊ່ອງທາງໃຫ້ແກ່ວິວັດການ 2 ພາກທ້ອນໂຮມເປັນເອກະພາບດ້ວຍວິທີຈັດຕັ້ງຮອບເຈລະຈາຂັ້ນສູງລະຫວ່າງ 2 ພາກເປັນປະຈຳ, ພ້ອມທັງສະແດງຄວາມຫວັງວ່າຮອບເຈລະຈາຈະມາເຖິງບໍ່ແມ່ນເຫດການດຳເນີນພຽງເທື່ອດຽວ. ທ່ານນາງ Park ເນັ້ນໜັກວ່າ: ສາຍພົວພັນບໍ່ດີລະຫວ່າງ 2 ພາກ ເກົາຫຼີ, ພາໄປເຖິງການປະລາໄຊໃນການພັດທະນາການພົວພັນລະຫວ່າງ 2 ພາກ. ດັ່ງນັ້ນ, ຕາມທ່ານນາງ Park ແລ້ວ, ເລື່ອງ 2 ຝ່າຍບັນລຸໄດ້ຂໍ້ຕົກລົງຈັດຕັ້ງຮອບເຈລະຈາຂັ້ນສູງ ມີຄວາມໝາຍອັນໃຫຍ່ຫຼວງ, ເປັນຂີດໝາຍບາດລ້ຽວໃນການປັບປຸງສາຍພົວພັນລະຫວ່າງ 2 ພາກເກົາຫຼີ.