ປະທານາທິບໍດີອາເມລິກາ ມຸ້ງໄປເຖິງອາຊີ ໃນອາຍຸການທີ 2

ປະທານາທິບໍດີອາເມລິກາ ມຸ້ງໄປເຖິງອາຊີ ໃນອາຍຸການທີ 2 - ảnh 1

ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama

(ພາບ:vnexpress.net)

(VOV)- ​ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຄືນ​ໃໝ່, ວັນ​ທີ​ 6/11 ຜ່ານ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຈະ​ສືບ​ຕໍ່​ມຸ້ງ​ຈຸດ​ສຸມ​ຍຸດ​ທະ​ສາດ​ໄປສູ່​ພາກ​ພື້ນ​ອາຊີ ​ໃນ​​ໄລຍະເວລາ 4 ປີ​ຂອງ​ອາຍຸ​ການ​ທີ 2. ນີ້​ແມ່ນ​ຂໍ້​​ສັງ​ເກດ​ຂອງ​ວົງ​ການ​ຜູ້​ຊ່ຽວຊານ​ອາ​ເມ​ລິ​ກາ ຊື່​ງ​​ຍົກ​ອອກ​ເມື່ອ​ວັນ​ທີ 10/11. ​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່​ຕ່າງປະ​ເທດ​ພາ​ຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງຄືນ​ໃໝ່, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ມີ​ແຜນການຈະ​ປະຕິບັດ​ການ​​ໄປ​ຢ້ຽມຢາມ​ຄັ້ງປະຫວັດສາດ​ເຖິງ​ມ້ຽນ​ມາ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ວິວັດການ​ມອບ​ໂອນ​ປະຊາທິປະ​ໄຕ​ຊື່​ງພວມ​ດຳ​ເນີນ​ຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ນີ້. ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ກໍ່​ຈະ​​ໄປ​ຢ້ຽມຢາມ​ໄທ ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກຢູ່ກຳ​ປູ​ເຈຍ ກໍ່​ຄື​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ