ປະທານາທິບໍດີອາເມລິກາ ສິ້ນສຸດການຢ້ຽມຢາມມ້ຽນມາ

ປະທານາທິບໍດີອາເມລິກາ ສິ້ນສຸດການຢ້ຽມຢາມມ້ຽນມາ - ảnh 1
ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
ແລະ ທ່ານ​ປະທານ​ນາ​ທິບໍດີ​ປະ​ເທດ​ເຈົ້າພາບ U Thein Sein
(ພາບ; xaluan.com)


(vovworld) -     ຕອນ​ບ່າຍ​ວັນ​ທີ 19/11, ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມ້ຽນ​ມາ, ນີ້​ແມ່ນ​ການ​ຢ້ຽມຢາມ​ເຊິ່ງດຳ​ເນີນ​ໄປ​ໃນ​ສະຖານະ​ການ​ທີ​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ ອາ​ເມ​ລິ​ກາ - ມ້ຽນ​ມາ ພວມ​ຄ່ອຍໆ​ດີ​ຂຶ້ນ ພາຍຫຼັງ​ອາ​ເມ​ລິ​ກາ  ​ໂຍະຍານ​ການຂວ້ຳ​ບາດ​ເພື່ອ​ຕອບ​ສະ​ໜອງວິວັດ​ການ​ປະຕິ​ຮູບຢູ່​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ນີ້.

        ທີ່​ການ​ພົບ​ປະ, ທ່ານ​ປະທານາທິບໍດີ Obama ​ແລະ ທ່ານ​ປະທານ​ນາ​ທິບໍດີ​ປະ​ເທດ​ເຈົ້າພາບ U Thein Sein ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ການ​ພົວພັນ​ສອງ​ຝ່າຍ ກໍ​ຄື​ວິວັດ​ການ​ປະຕິ​ຮູບ​ຢູ່​ມ້ຽນ​ມາ. ທ່ານ​ປະທາ​ນາ​ທິບໍດີ​ມ້ຽນ​ມາ ຢືນຢັນ​ວ່າ ມ້ຽນ​ມາ ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ​ໂດຍ​ອິ່ງ​ໃສ່ຄວາມ​ເຄົາລົບ, ​ເຫັນ​ໃຈ ​ແລະ ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ທ່ານ​ປະທານາທິບໍດີ Obama ​ໄດ້ຮັບ​ຮູ້ບັນດາ​ມາດ​ຕະການ​ປະຕິ​ຮູບ​ຂອງ​ອຳນາດ​ການ​ປົກຄອງ​ມ້ຽນມາ, ຕີ​ລາຄາ​ສູງ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ມ້ຽນ​ມາ ​ໃນ​ເລື່ອງ​ແກ້​ໄຂ​ບາງ​ບັນຫາ, ​ໃນ​ນັ້ນ​ມີ​ເລື່ອງ​ບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ.

ຂ່າວ/ບົດ​ອື່ນ