ປາແລັດສຕິນພ້ອມແລ້ວທີ່ຈະແກ່ຍາວການເຈລະຈາກັບອິດສະຣາແອນ

ປາແລັດສຕິນພ້ອມແລ້ວທີ່ຈະແກ່ຍາວການເຈລະຈາກັບອິດສະຣາແອນ - ảnh 1
ປະທາ​ນາ​ທິບໍດີປາ​ແລັດສຕິນ Mahmoud Abbas

(vovworld)- ປະທາ​ນາ​ທິບໍດີປາ​ແລັດສຕິນ Mahmoud Abbas ຖະ​ແຫຼ​ງ​ເມື່ອ​ວັນ​ທີ 26/4 ວ່າປາ​ແລັດສຕິນພ້ອມ​ແລ້ວ​ທີ່​ຈະ​ແກ່​ຍາວ​ການ​ເຈລະຈາ​ສັນຕິພາບ​ກັບ​ອິດສະຣາ​ແອນ ພາຍຫຼັງ​ທີ່ ​ແທນ​ອາ​ວີ​ບ ຢຸດ​ວິວັດທະນາ​ການ​ນີ້ ​ເພື່ອ​ຄັດ​ຄ້ານ​ສັນຍາ​ໄກ​່ເກ່ຍລະຫວ່າງ 2 ກຸ່ມ ຟາ​ຕາ ​ແລະ ຮາ​ມາດ ຂອງປາ​ແລັດສຕິນ​ໃນ​ອາທິດ​ທີ່​ຜ່ານ​ມາ. ປະທາ​ນາ​ທິບໍດີປາ​ແລັດສຕິນ Mahmoud Abbas ຢືນຢັນ​ກ່ຽວ​ກັບ​ຄວາມ​ຫວັງ​ແກ່ຍາວ​ການ​ເຈລະຈາຈົນຮອດ​​ເວລາ​ກາຍກຳນົດ​ສຸດ​ທ້າຍ​ຄື 29/4 ດ້ວຍ​ເງື່ອນ​ໄຂຕ່າງ​ໆ​ຄື: ອິດສະຣາ​ແອນຕ້ອງ​ຢຸດຕິ​ການ​ກໍ່ສ້າງ​ເຂັດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ​ແລະ ​ເຢລູຊາ​ແລມຕາ​ເວັນ​ອອກ, ປ່ອຍ​ຕົວ​ນັກ​ໂທດ 26 ຄົນ​ສຸດ​ທ້າຍ​ຂອງປາ​ແລັດສຕິນ​ເປັນ​ອິດສະຫຼະ ຕາມ​ສັນຍາ ​ແລະ ​ເລີ່​ມປຶກສາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ​ຂອງ ປາ​ແລັດສຕິນ​ໃນ​ອະນາຄົດ. ປະທາ​ນາ​ທິບໍດີປາ​ແລັດສຕິນ Mahmoud Abbas ຖື​ວ່າ ​ເລື່ອງ ອິດສະຣາ​ແອນ ປະຕິ​ເສດ​ການ​ເຈລະຈາ​ກັບ​ລັດຖະບານ ປາ​ແລັດສຕິນ ທີ່​ມີ​ພາກ​ສ່ວນ ຮາ​ມາດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ແທນ​ອາ​ວີ​ບ ບໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ໂດຍ​ຄົງ​ຕົວ 2 ລັດ.

ຂ່າວ/ບົດ​ອື່ນ