ປາແລັດສະຕິນ ຕໍາໜິຕິຕຽນ ອາເມລິກາ ຊອກຫາວິທີປິດລ້ອມດ້ານການເງິນ

(VOVWORLD) -ປາແລັດສະຕິນ ພວມມານະພະຍາຍາມປະຕິບັດການຮ້ອງຟ້ອງ ອາເມລິກາ ຢ່າງຖືກຕ້ອງຕາມກົດໝາຍ ເພື່ອຕ້ານເລື່ອງ ອາເມລິກາ “ມີບັນດາບາດກ້າວເດີນຜິດກົດໝາຍ ແນໃສ່ປິດລ້ອມດ້ານການເງິນ ສໍາລັບຊາວ ປາແລັດສະຕິນ”. 
ປາແລັດສະຕິນ ຕໍາໜິຕິຕຽນ ອາເມລິກາ ຊອກຫາວິທີປິດລ້ອມດ້ານການເງິນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad al-Maliki (ພາບ: AFP/TTXVN)

 ວັນທີ 11 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ປາແລັດສະຕິນ Riyad al-Maliki ໄດ້ກ່າວຫາ ອາເມລິກາ ວ່າ ພວມພະຍາຍາມ ກໍ່ກໍາລັງດັນ ເພື່ອບັງຄັບໃຫ້ບັນດາປະເທດ ອາຣັບ ຢຸດຕິການອຸປະຖໍາອໍານາດການປົກຄອງ ປາແລັດສະຕິນ (PA). ເມື່ອຖະແຫຼງການຢູ່ວິທະຍຸກະຈາຍສຽງ ປາແລັດສະຕິນ, ທ່ານ al – Maliki ໃຫ້ຮູ້ວ່າ ປາແລັດສະຕິນ ພວມມານະພະຍາຍາມປະຕິບັດການຮ້ອງຟ້ອງ ອາເມລິກາ ຢ່າງຖືກຕ້ອງຕາມກົດໝາຍ ເພື່ອຕ້ານເລື່ອງ ອາເມລິກາ “ມີບັນດາບາດກ້າວເດີນຜິດກົດໝາຍ ແນໃສ່ປິດລ້ອມດ້ານການເງິນ ສໍາລັບຊາວ ປາແລັດສະຕິນ”. ຕາມເຈົາໜ້າທີ່ດັ່ງກ່າວແລ້ວ,  ປາແລັດສະຕິນ ພວມຊອກຫາບັນດາແຫຼ່ງເງິນມາປ່ຽນແທນ ເພື່ອແນໃສ່ “ໂຕ້ຕອບບັນດາມາດຕະການກໍ່ຄວາມຫຍຸ້ງຍາກຂອງລັດຖະບານ ອາເມລິກາ”.


ຕອບກັບ

ຂ່າວ/ບົດ​ອື່ນ