ກອງປະຊຸມສະຫຼຸບວຽກງານສື່ຂ່າວຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ເກາະ ແລະ ຂີດເສັນຊາຍແດນ, ປັກຫຼັກໝາຍຊາຍແດນທົ່ວປະເທດປີ 2012, ຜັນຂະຫຍາຍໜ້າທີ່ປີ 2013
(ພາບ: ອິນເຕີແນດ)
(vovworld) – ວັນທີ 18/3, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານສື່ຂ່າວຕ່າງປະເທດ, ໂຄສະນາກ່ຽວກັບທະເລ, ເກາະ ແລະ ຂີດເສັນຊາຍແດນ, ປັກຫຼັກໝາຍຊາຍແດນທົ່ວປະເທດປີ 2012, ຜັນຂະຫຍາຍໜ້າທີ່ປີ 2013. ກ່າວຄວາມເຫັນທີ່ກອງປະຊຸມ, ທ່ານ ດິງເທ໋ຮວີງ, ຫົວໜ້າຄະນະໂຄສະນາສຶກສາສູນກາງເນັ້ນໜັກເຖິງ 4 ບັນຫາຄວນສຸມໃສ່ຜັນຂະຫຍາຍໃນປີ 2013, ໃນນັ້ນ, ໜ້າທີ່ຕົ້ນຕໍ່ແມ່ນຍົກສູງຄວາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນທຸກຊັ້ນວັນນະກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມໝາຍສຳຄັນຂອງວຽກງານສື່ຂ່າວ, ໂຄສະນາກ່ຽວກັບທະເລ, ເກາະ ແລະ ຂີດເສັນຊາຍແດນ, ປັກຫຼັກໝາຍຊາຍແດນ. ຄຽງຂ້າງນັ້ນ, ການເຄື່ອນໄຫວໂຄສະນາເຜີຍແຜ່ກໍ່ໄດ້ຮັບການປ່ຽນໃໝ່ເພື່ອຍົກສູງປະສິດທິຜົນ, ພິເສດແມ່ນບັນດາບັນຫາສຳຄັນຂອງປະເທດຊາດ, ບັນຫາພາກພື້ນ ແລະ ສາກົນ. ກ່ອນອື່ນໝົດແມ່ນເລື່ອງຮັບເອົາຄຳເຫັນຂອງປະຊາຊົນທີ່ປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ການປະຕິບັດໜ້າທີ່ການເມືອງ, ສັງຄົມ, ການພົວພັນພາຍໃນ, ການຕ່າງປະເທດແລະ ບັນຫາສຳຄັນອື່ນໆ. ທ່ານ ຫົວໜ້າຄະນະໂຄສະນາສຶກສາສູນກາງດິງເທ໋ຮວີງ, ກໍ່ເນັ້ນໜັກເຖິງວຽກງານກຳແໜ້ນສະພາບການ, ຍົກສູງຄຸນນະພາບວຽກງານຄາດຄະເນ, ຍົກສູງປະສິດທິຜົນວຽກງານຕໍ່ສູ້, ຄັດຄ້ານບັນດາຂໍ້ມູນທີ່ຜິດພາດ, ກໍ່ຄືຖ້ອຍທຳນອງເສັກສັນປັ້ນແຕ່ງຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະກອບສ່ວນສ້າງສະຖຽນລະພາບ, ຄວາມເປັນເອກະພາບ ແລະ ເຫັນດີເຫັນພ້ອມໃນສັງຄົມ, ສ້າງເງື່ອນໄຂໃຫ້ແກ່ວຽກງານປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.