ຜັນຂະຫຍາຍແຜນຮ່າງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ

ຜັນຂະຫຍາຍແຜນຮ່າງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສປຊ - ảnh 1
ພົນ​ເອກ ຟູ່ງກວາງ​ແທງ ມອບ​ຂໍ້​ຕົ​ກ​ລົງ​ໃຫ້​ນາຍ​ທະ​ຫານ 2 ຄົນ​ໄປ​ປະ​ຕິ​ບັດ​ງານ​ຢູ່ ຊູ​ດັງ ໃຕ້

(vovworld) – ຕອນ​ເຊົ້າ​ວັນ​ທີ 23/6, ຢູ່ນະ​ຄອນ ໂຮ​່​ຈີ​ມິນ, ສູນ​ຮັກ​ສ​າ​ສັນ​ຕິ​ພາບ ຫ​ວຽດ​ນາມ ສົມ​ທົບ​ກັບ​ກອງ​ບັນ​ຊາ​ການ​ໃຫຍ່​ທະ​ຫານ​ບົກ ປາ​ຊີ​ຟິກ (ອາ​ເມ​ລິ​ກາ) ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກ​ງານ​ກະ​ກຽມ​ຜັນ​ຂະ​ຫຍາຍ​ໂຮງ​ໝໍກາງ​ສະ​ໜາມ​ຮົບລະ​ດັບ 2. ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ “ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໄລ​ຍະ 2014 – 2020 ແລະ ຊຸມ​ປີ​ຕໍ່​ໄປ” ​ເຊິ່ງ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ​ໄດ້​ເຊັນອະ​ນຸ​ມັດ​ຜ່ານ​ແຕ່​ວັນ​ທີ 5/12/2013. ປະ​ຈຸ​ບັນ, ຫວຽດ​ນາມ ພວມ​ກະ​ກຽມ​ຜັນ​ຂະ​ຫຍາຍ​ກຳ​ລັງ​ເສ​ນາ​ຮັກ ແລະ ທະ​ຫານ​ຊ່າງ​ແສງ​ເພື່ອ​ເຂົ້າ​ຮ່ວມ​ຄະ​ນະ​ປະ​ຕິ​ບັດ​ງານ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ. ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທີ 23 – 25/6, ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັກ​ສາ​ສັນ​ຕິ​ພາບ​ໃຫ້​ແກ້​ກຳ​ລັງ​ເສ​ນາ​ຮ​ັກ ຫວຽດ​ນາມ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ຈາກ 2 ຝ່າຍ​ໄດ້​ແລກ​ປ່ຽ​ນ​ກ່ຽວ​ກັບ​ວິ​ຊາ​ສະ​ເພາະ​ດ້ານ​ເສ​ນາ​ຮັກ, ບົດ​ຮຽນ​ໃນ​ການ​ຜັ​ນ​ຂະ​ຫຍາຍ​ໂຮງ​ໝໍ​ກາງ​ສະ​ໜາມ​​ຮົບລະ​ດັບ 2. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ພັນ​ເອກ ຮ່​ວາງ​ກິມ​ຟູ້ງ, ຜູ້​ອຳ​ນວຍ​ການ​ສູນ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່ດ​ີ​ເພື່ອ​ໃຫ້ ຫວຽດ​ນາມ ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຈາກ​ປະ​ເທດ​ເພື່ອນ​ມິດ​ກ່ຽວ​ກັບ​ວິ​ຊາ​ສະ​ເພາະ ແລະ ບົດ​ຮຽນ​ຕົວ​ຈິງ​ໃນ​ການ​ເຄື່ອນ​ໄຫວ​ໂຮງ​ໝໍ​ກາງ​ສະ​ໜາມ​ຮົບ​ລະ​ດັບ 2 ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສ​າ​ສັນ​ຕິ​ພາບ ສ​ປ​ຊ. ຂ້າ​ພະ​ເຈົ້າ​ກໍ່​ຫວັງ​ວ່ານີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​​ໃຫ້ບັນ​ດາ​ນາຍ​ທະ​ຫານ ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ມີ​ເງື່ອນ​ໄຂ​ພົບ​ປະ​ແລກ​ປ່ຽ​ນ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ນັບ​ມື້​ນັບ​ສະ​ໜິດ​ຕິດ​ພັນ​ລະ​ຫວ່າງກອງ​ທັບ ຫວຽດ​ນາມ ແລະ ກອງ​ທັບ ອາ​ເມ​ລິ​ກາ.”


ຂ່າວ/ບົດ​ອື່ນ