ພິທີມອບລາງວັນແບບຢ່າງໜຸ່ມຫວຽດນາມທີ່ດີເດັ່ນໃນປີ 2014

 ພິທີມອບລາງວັນແບບຢ່າງໜຸ່ມຫວຽດນາມທີ່ດີເດັ່ນໃນປີ 2014 - ảnh 1
10 ​ແບບ​ຢ່າງ​ໜຸ່ມ​ຫວຽດ​ນາມ​ທີ່​ດີ​ເດັ່ນ ໄດ້​ຮັບ​ການ​ເຊີດ​ຊູ


(vovworld)- ຕອນ​ຄ່ຳ​ວັນ​ທີ 28/3 ຢູ່​ຮ່າ​ໂນ້ຍ, ກອງ​ທຶນ​ໜູນ​ຊ່ວຍ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໜຸ່ມ ໄດ້​ຈັດ​ພິ​ທີ​ມອບ​ລາງວັນ​ແບບ​ຢ່າງ​ໜຸ່ມ​ຫວຽດ​ນາມ​ທີ່​ດີ​ເດັ່ນ​ໃນ​ປີ 2014. ລາງວັນ​ແບບ​ຢ່າງ​ໜຸ່ມ​ຫວຽດ​ນາມ​ທີ່​ດີ​ເດັ່ນ ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ, ກອງ​ທຶນ​ໜູນ​ຊ່ວຍ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ​ໜຸ່ມຫວຽກ​ນາມ, ແນ​ໃສ່​ເຊີດ​ຊູ​ສ່ວນ​ບຸກ​ຄົນ​ໜຸ່ມ​ມີ​ຜົນ​ງານ​ດີ​ເດັ່ນ​ໃນຫຼາຍ​ຂົງ​ເຂດ. ມີ 10 ​ແບບ​ຢ່າງ​ໜຸ່ມ​ຫວຽດ​ນາມ​ທີ່​ດີ​ເດັ່ນ ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ຄັ້ງ​ນີ້. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ຖ້ຽນ​ເຍີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກ່າວ​ວ່າ :

   “  ຂ້າ​ພະ​ເຈົ້າ​ຫວັງ​ວ່າ ພວກ​ເພື່ອນ​ໜຸ່ມ​ສູ້​ຊົນ​ປະ​ຕ​ິ​ບັດ​ວຽກ​ງານ​ໃຫ້​ດີກວ່າ​ອີກ. ດ້ວຍ​ຈິດ​ໃຈ​ນັ້ນ, ຂ້າ​ພະ​ເຈົ້າຊົມ​ເຊີຍບັນ​ດາ​ແບບ​ຢ່າງ​ທີ່​ດີ​ເດັ່ນ. ພວກ​ເຮົາ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ ພວກ​ເພື່ອນ​ຈະ​ນຳ​ປະ​ເທດ​ພວກ​ເຮົາ​ກ້າວ​ຂຶ້ນ​ເມື່ອ​ປະ​ເທດ​ຊາດ​ຈັດ​ຕັ້ງ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວ​ັນ​ສ້າງ​ຕັ້ງ​ລັດ”

 

ຂ່າວ/ບົດ​ອື່ນ