(vovworld) - ສູນອະນຸລັກຮັກສາມໍລະດົກກຳແພງສະໄໝລາດຊະວົງ ໂຮ່, ແຂວງແທນຮ໋ວາ ໃຫ້ຮູ້ວ່າ: ພິທີຕ້ອນຮັບໃບຢັ້ງຢືນຮັບຮອງກຳແພງສະໄໝລາດຊະວົງ ໂຮ່ ແມ່ນມໍລະດົກໂລກຈະຖືກດຳເນີນໃນຕອນຄ່ຳວັນທີ 16/6 ຢູ່ເຂດມໍລະດົກກຳແພງສະໄໝລາດຊະວົງໂຮ່, ເມືອງຫວີງໂລກ ຕາມພິທີການລະດັບຊາດ. ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງ ແທນຮ໋ວາ ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ກະຊວງການຕ່າງປະເທດ ຈັດຕັ້ງກອງປະຊຸມສາກົນຂອງຄະນະກຳມະການແຫ່ງຊາດ UNESCO ບັນດາປະເທດ ອາຊີ - ປາຊີຟິກ ຢູ່ນະຄອນ ແທນຮ໋ວາ.