ມີຫຼາຍກໍລະນີຕິດໄວຣັດຊິກາຕື່ມອີິກຢູ່ສິງກະໂປ
ມີຫຼາຍກໍລະນີຕິດໄວຣັດຊິກາຕື່ມອີິກຢູ່ສິງກະໂປ
(ພາບປະກອບ: AFP/ TTXVN)
(vovworld) - ວັນທີ 29/08, ກະຊວງສາທາລະນະສຸກ ແລະ ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປ ໃຫ້ຮູ້ວ່າ, ໄດ້ພົນເຫັນ 15 ກໍລະນີຖືກຕິດໄວຣັດຊິກາ ຕື່ມອີກ, ຍົກຈຳນວນຜູ້ຖືກຕິດໄວຣັດຂຶ້ນເຖິງ 56 ຄົນ. ຕາມແຈ້ງການແລ້ວ, ຜູ້ຖືກຕິດໄວຣັດຊິກາ ສ່່ວນຫຼາຍແມ່ນກຳມະກອນຊາວຕ່າງປະເທດທີ່ເຮັດວຽກຢູ່ສະຖານທີ່ກໍ່ສ້າງແຫ່ງໜຶ່ງ. ບັນດາຜູ້ຖືກຕິດໄວຣັດ ສ່ວນຫຼາຍອາການສຸຂະພາບດີຂຶ້ນແລ້ວ, ແຕ່ທ່ານໝໍຍັງຕັກເຕືອນວ່າໄດ້ມີແມ່ຍິງຊາວສິງກະໂປຫຼາຍຄົນ ໄດ້ສະເໜີວິໄຈສິ່ງທີ່ກ່ຽວຂ້ອງເຖິງໄວຣັດນີ້.
ກ່ອນໜ້ານັ້ນ, ວັນທີ 27/08, ກະຊວງສາທາລະນະສຸກສິງກະໂປ ໄດ້ພົບເຫັນກໍລະນີຖືກຕິດໄວຣັດທຳອິດພາຍໃນປະເທດ ຢູ່ເຂດ Aljunied, ທິດຕາເວັນອອກສຽງໃຕ້ຂອງປະເທດນີ້. ຄົນເຈັບແມ່ນແມ່ຍິງຊາວມາເລເຊຍ, ອາຍຸ 47 ປີ, ດຳລົງຊີວິດ ແລະ ເຮັດວຽກຢູ່ສິງກະໂປ. ຫຼັງຈາກນັ້ນ 1 ວັນ, ສິງກະໂປ ໄດ້ປະກາດ 40 ກໍລະນີຖືກຕິດໄວຣັດຊິກາຕື່ມອີກ ຢູ່ພາຍໃນປະເທດ.