ເມືອງເກາະຫຼີເຊີນ
(ພາບ:viet5fotravel.com)
(vovworld)- ໃນໂອກາດການໄປປະຕິບັດງານຢູ່ເມືອງເກາະຫຼີເຊີນ, ວັນທີ 9/5, ສະມາຄົມນັກຮົບເກົ່າຂອງກຸ່ມບໍລິສັດນ້ຳມັນອາຍແກສຫວຽດນາມ ແລະ ບໍລິສັດກັ່ນນ້ຳມັນບິ່ງເຊີນ ຈຳກັດຜູ້ດຽວ ໄດ້ມອບຂອງຂວັນ 20 ພູດ, ແຕ່ລະພູດມີມູນຄ່າ 1 ລ້ານດົ່ງໃຫ້ແກ່ສະມາຊິກສະມາຄົມນັກຮົບເກົ່າເມືອງເກາະຫຼີເຊີນ, ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນເຈີ່ນທິເຝີມ ແລະ ຄອບຄົວນະໂຍບາຍດີເດັ່ນຈຳນວນໜຶ່ງ ແລະ ໄປຢ້ຽມຢາມກົມກອງທະຫານເຮືອຣາດາ 550. ນີ້ແມ່ນການໄປປະຕິບັດງານເພື່ອມຸ້ງໄປສູ່ເຂດໝູ່ເກາະທະເລຂອງພະນັກກງານ, ສະມາຄົມນັກຮົບເກົ່າກຸ່ມບໍລິສັດນ້ຳມັນອາຍແກສຫວຽດນາມ ແລະ ແບ່ງປັນຄວາມທຸກຍາກກັບພະນັກງານ, ປະຊາຊົນເມືອງເກາະຫຼີເຊີນ.