ມອບບັນດາຮູບການຍ້ອງຍໍມອບລາງວັນ ຂອງປະທານປະເທດໃຫ້​ແກ່​ບັນດາ​ໝູ່​ຄະນະ​ຢູ່ Dac Lac

ມອບບັນດາຮູບການຍ້ອງຍໍມອບລາງວັນ ຂອງປະທານປະເທດໃຫ້​ແກ່​ບັນດາ​ໝູ່​ຄະນະ​ຢູ່ Dac Lac - ảnh 1

(ພາບປະກອບ)

(VOV)- ຕອນ​ເຊົ້າວັນ​ທີ 2/11, ​​ຄະນະ​ກຳ​ມະ​ການ​ປະຊາຊົນ​​ແຂວງ Dac Lac ​ໄດ້​ຈັດ​ພິທີ​ມອບບັນດາ​ຮູບ​ການ​ຍ້ອງຍໍ​ມອບ​ລາງວັນ​ຂອງ​ປະທານ​ປະ​ເທດ, ນາຍົກລັດ ຖະມົນຕີ​ໃຫ້​ແກ່​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ເພື່ອ​ຮັບ​ຮູ້ ​ແລະ ຍ້ອງຍໍ​ສັນລະ​ເສີນ​ບັນດາ​ການ​ປະກອບສ່ວນ​ຂອງໝູ່​ຄະນະ, ສ່ວນ​ບຸກຄົນທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ພາກ​ລະ​ກິດ​ພັດທະນາ​ເສດຖະກິດ, ບັນດາ​ໄລຍະ​ການ​ປະຕິວັດ, ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ໄລຍະ​ຜ່ານ​ມາ. ​ແລະ ກໍ່​ໃນ​ພິທີ​ດັ່ງກ່າວ, ​ໂດຍ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ທ່ານ​ປະທານ​ປະ​ເທ​ດ, ການ​ນຳຄະນະ​ກຳ​ມະ​ການ​ປະຊາຊົນ​​ແຂວງ Dac Lac ​ໄດ້​ມອບ​ໃບຮັບ​ຮອງນາມມະຍົດ​ແມ່​ຫວຽດນາມ ວິລະ​ຊົນ ​ໃຫ້​ຍາດຕິ​ພີ່ນ້ອງ​ຄອບຄົວແມ່​ຫວຽດນາມ ວິລະ​ຊົນ 12 ຄົນ; ມອບ​ໃບຢັງຢືນ​ຄອບຄົວ​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແລະ ​ເຊີດ​ຊູບັນດາໝູ່​ຄະນະ, ສ່ວນ​ບຸກຄົນທີ່​​ໄດ້​ອຸທິດ​ສ່ວນ​ຫຼາຍ​ຢ່າງ​ໃນ​ໄລຍະ​ສົງຄາມ​ປົດ​ປ່ອຍ​ຊາດ. ທ່ານ Le Van Quyet ພະ​ນັກ​ງານ​ປະຕິວັດ​ອະ​ວຸ​ໂສ, ອະດີດ​ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ແຂວງ Dac Lac  ຜູ້​ໄດ້​ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3 ​ໄດ້​ແບ່ງປັນ​ວ່າ:

   “​ເມື່ອ​ໄດ້​ຮັບ​ການ​ຮັບ​ຮູ້​ຄຸນງາມຄວາມດີ​ ​ແລະ ລາງວັນ​ອັນ​ສູງ​ສົ່ງຈາກ​ພັກ ​ແລະ ລັດ ຂ້າພະ​ເຈົ້າມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸ​ດ. ຄຸນງາມຄວາມດີ​ນີ້​ບໍ່​ພຽງ​ແຕ່​ແມ່ນ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ ຫາກ​​ແມ່ນ​ການ​ປະກອບສ່ວນ​ລວມຂອງ​ໝູ່​ຄະນະ, ຂອງ​ອ້າຍ​ນ້ອງອີກ​ດ້ວຍ. ​ເມື່ອ​ໄດ້​ຮັບລາງວັນ​ອັນ​ສູງ​ສົ່ງນີ້ ຂ້າພະ​ເຈົ້າ​ໄດ້​ຄິດ​ເຖິງ​ຜູ້​ທີ່​ໄດ້​ເສຍສະຫຼະ​ຊີວິດ​ໄປ​ແລ້ວ, ຄື​ແນວ​ນັ້ນຈຶ່ງ​ປະຕິບັດ​ໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ

 

 

 

ຂ່າວ/ບົດ​ອື່ນ