ລັດຖະມົນຕີກະຊວງປ້ອງກັນປະເທດຟູ່ງກວາງແທງຢ້ຽມຢາມຈີນ
ພົນໂທ ຈ໋າງກວານແຈ໋ວນ ແລະ ພົນເອກ ຟູ່ງກວາງແທງ
(ພາບ: ສຳນັກຂ່າວສານຊີນຮວາ)
(vovworld) - ໂດຍໄດ້ຮັບຄຳເຊີນຂອງພົນໂທ ຈ໋າງກວານແຈ໋ວນ, ກຳມະການສູນກາງພັກກອມມູນິດ ຈີນ, ລັດຖະມົນຕີກະຊວງປ້ອງກັນປະເທດ ສປ ຈີນ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍພົນເອກ ຟູ່ງກວາງແທງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຢ້ຽມຢາມ ສປ ຈີນ ຢ່າງເປັນທາງການແຕ່ວັນທີ 16 – 19/10.
ການຢ້ຽມຢາມເພື່ອແນໃສ່ສ້າງຄວາມຮັບຮູ້ລວມກ່ຽວກັບບັນດາບັນຫາປ້ອງກັນຄວາມສະຫງົບສາກົນ, ພາກພື້ນ ແລະ ແຕ່ລະປະເທດພ້ອມທັງເຫັນດີເປັນເອກະສັນຕໍ່ບັນດາແຜນນະໂຍບາຍ, ມາດຕະການຊຸກຍູ້ການພົວພັນປ້ອງກັນຊາດ 2 ຝ່າຍໃນໄລຍະຈະມາເຖິງ, ສືບຕໍ່ຢັ້ງຢືນການຮ່ວມມືປ້ອງກັນຊາດ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນ, ຮ່ວມມື, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງປອດໄສ, ເປັນປົກກະຕິ, ຍາວນານ.